ຜົນຜະລິດໝາກແໜ່ງ ສວນຫຼາຍແມ່ນຖືກສົ່ງອອກໄປຍັງຕະຫຼາດ ສປຈີນ ປະມານ 1,000–1,800 ໂຕນ/ປີ ໃນຮູບແບບສົ່ງອອກ ໝາກແໜ່ງດີບ ແລະ ໝາກແໜ່ງແຫ້ງ, ເຊິ່ງໃນແຕ່ລະບ້ານຈະມີຜູ້ເກັບຊື້ຂັ້ນບ້ານ (ຜູ້ທີເກັບຊື້ໃນບ້ານ) ເພຶອທ້ອນໂຮມ ຜົນ ຜະລິດ ແລ້ວສົ່ງ ໃຫ້ພໍ່ຄ້າຄົນກາງ ຫຼຶ ຜູ້ທີມີໃບອະນຸຍາດເກັບ ຊື້ເຄື່ອງປ່າຂອງດົງ ເພຶ່ອສົ່ງອອກໄປຍັງປະເທດ ສປຈີນ  ເພຶອ ທຳການປຸງແຕ່ງ ເປັນຜະລິດຕະພັນສຳເລັດຮູບ. ສຳລັບລາຄາແມ່ນຂື້ນຕາມແຕ່ລະປີ(ລາຄາປ່ຽນແປງໃນແຕ່ລະປີບໍ່ຄຶກັນ)ລາຄາຢູ່ຂັ້ນບ້ານ ໝາກແໜ່ງແຫ້ງຂອງພັນປາກຊ່ອງ ມີລາຄາຢູ່ທີ 60,000–75,000 ກີບ/ກິໂລກຼາມ ໃນຂະນະທີໝາກດີ ບແມ່ນມີລາ 6,000 – 7,000 ກີບ/ກິໂລກຼາມ.

ການປະກອບສ່ວນ