ຫວາຍແຍ້ / Lizard Rattan

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Calamus tenuis Roxb. / Arecaceae
ຊື່ພ້ອງ
Calamus amarus Lour.
Calamus heliotropium Buch.-Ham. ex Kunth
Palmijuncus tenuis (Roxb.) Kuntze
ຊື່ອື່ນ
ໄທ: ຫວາຍຂົມ
ວຽດນາມ: ເມີຍແດງ
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນຫວາຍເກີດເປັນສຸມ, ເສັ້ນຍາວເຖີງ 20 ມ ແລະ ໝ້າຕ້າງ 0.8-1.6 ຊມ. ກາບໃບ (ລວມທັງລໍາ) ມີໝ້າຕ້າງ 1-2.5 ຊມ, ສີຂຽວ ແຕ່ມັກມີແຊກເສັ້ນສີຂາວແກມ ເມື່ອມັນຍັງອ່ອນ. ໜາມທີ່ມີລັກສະນະຄືເຂັມເປັນສີຂຽວ ປາຍດໍາ, ຍາວ 0.5-2 ຊມ. ສ່ວນກົກຂອງໜາມກົ່ງ ແທນທີ່ຈະຊື່ ຄືກັນຫວາຍຊະນິດອື່ນ. ຫູກາບໃບນ້ອຍ, ແຫ້ງບໍ່ມີໜາມ ຫຼື ຂົນ ແລະ ໃບຍາວ 0.6-1 ມ. ໃບຍ່ອຍລຽງສະເໝີມີກ້ານຍາວ 8-15 ຊມ. ຊໍ່ດອກຍາວ 1.5-2.5 ມ ລວມທັງມືເກາະ ແລະ ມີດອກທີ່ມີກາບດອກເປັນສີສົດໃສ (perianth). ໝາຫມີຂະໜາດ 1.4 ຊມ x 0.8 ຊມ ມີເກັດສີຂາວ ຫຼື ເຫຼືອງຈືດ ແລະ ຂ້າງໃນແກ່ນບໍ່ເປັນຄອງວໍ້າເຂົ້າ. ຫວາຍແຍ້ເປັນຫວາຍທີ່ສາມາດຂະຫຍາຍພັນງ່າຍ ແລະ ກໍ່ໄດ້ມີການເລີ່ມປູກກັນມາຕັ້ງແຕ່ ປີ 1994. ໃນປີ 2005 ໄດ້ມີການປູກເຖີງ 188 ຮຕ. ມັນເປັນຫວາຍທີ່ໃຫຍ່ໄວ ຖ້າສົມທຽບໃສ່ຫວາຍຊະນິດອື່ນໝ ແລະ ຖ້າປູກຢູ່ໃນບ່ອນທີ່ມີດິນອຸດົມສົມບູນ ຈະສາມາດຕັດຍອດໄດ້ ຫຼັງຈາກປູກໄດ້ 7 ເດືອນ. ໝາກຂອງມັນມີລົດຊາດແຊບ ແລະ ກໍ່ສາມາດຂາຍໄດ້.

ບັນຍາຍການນຳໃຊ້

ລຳຂະໜາດກາງ ສາມາດນຳໃຊ້ຜະລິດເປັນກະຕ່າ ແລະ ຕັ້ງຫວາຍ, ໃນລາວເຮົາສ່ວນຫຼາຍແມ່ນປູກເອົາຍອດເພື່ອຂາຍ ແລະ ປຸງແຕ່ງເປັນອາຫານ.

ການປະກອບສ່ວນ