ການປູກຫວາຍແຍ້ເພື່ອໃຫ້ໄດ້ມີການເກັບກູ້ຍາວນານ, ໜໍ່ໃຫຍ່ເຮັດໃຫ້ໄດ້ຜົນຜະລິດສູງຕ້ອງໄດ້ເລືອກສະຖານທີ່ເໝາະສົມ ໂດຍສະເພາະພື້ນທີ່ມີຄວາມຊຸ່ມຊື່ນ ໂດຍສະເພາະແຄມນ້ຳ ຫຼື ດິນນ້າຖ້ວມກໍ່ໄດ້ເຊັ່ນດຽວກັນ ເພາະຫວາຍແຍ້ເປັນພືດທີ່ທົນທານແຕ່ນ້ຳຖ້ວມຢູ່ແລ້ວ. ເບ້ຍທີ່ຈະນຳໄປປູກຕ້ອງມີອາຍຸ 9-12 ເດືອນ ແມ່ນເໝາະສົມທີ່ຈະເອົາລົງປູກໄດ້. ລະດູການທີ່ເໝາະສົມຕໍ່ການປູກແມ່ນປະມານເດືອນພືດສະພາ. ໄລຍະຫ່າງລະຫວ່າງຂຸມປະມານ 2 x 3 ມ, ຖ້າປູກຖິ່ເກີນໄປຈະຍຸ້ງຍາກສຳຫຼັບການບົວລະບັດຮັກສາ. ຂູມປູກຄວນມີຂະໜາດ 30 x 30 x 30 ມ, ເມື່ອປູກແລ້ວຄວນມີການຫົດນ້ຳ 1-3 ເທື່ອຕໍ່ອາທິດ (ຖ້າຝົນບໍ່ຕົກຄວນຫົດທຸກວັນ). 

ການປະກອບສ່ວນ