ເມື່ອຫວາຍແຍ້ປູກໄດ້ປະມານ 1 ປີຂຶ້ນໄປ, ກໍ່ສາມາດຕັດຍອດຂາຍໄດ້ແລ້ວ, ແຕ່ກໍ່ຂຶ້ນກັບຫຼາຍປັດໄຈເຊັ່ນ: ຄວາມອຸດົມສົມບູນຂອງດິນ ແລະ ການບັດລະບັດຮັກສາ. ຈະສັງເກດເບິ່ງສຸ່ມທີ່ສາມາດຕັດຍອດໄດ້ຈະມີໜໍ່ຢູ່ປະມານ 5-7 ໜໍ່, ໃຫ້ເລືອກຕັດໜໍ່ທີ່ສູງປະມານ 1 ຂື້ນໄປ. ເມື່ອຕັດເອົາຍອດແລ້ວໃຫ້ຕັດຕໍ້ຂອງມັນໃຫ້ສູງກວ່າໜ້າດິນປະມານ 25 ຊມ, ຖ້າຕັດສູງເກີນໄປຈະເຮັດໃຫ້ຍາດອາຫານ ແລະ ໜໍ່ໃໝ່ເກີດບໍ່ສະດວກ. ເວລາເລືອກໜໍ່ຕັດໃຫ້ຕັດໜໍ່ທີ່ມີຍອດຈຸ້ມ ແລະ ຍອດລຳຕົ້ນທີ່ແກ່ ແລະ ສູງກວ່າໜໍ່ອື່ນ, ເພາະໜໍ່ທີ່ແກ່ແລ້ວມັນຈະບໍ່ມີການຂະຫຍາຍຕົວ, ມີແຕ່ຍາວອອກເລື້ອຍໆ. ໃນຊ່ວງລະດູຝົນ ນ້ຳພຽງພໍຈະມີຍອດໃຫຍ່ສູງ ແລະ ຂາຍໄດ້ລາຄາດີ. 

ການປະກອບສ່ວນ