ເຕັກນິກທີ່ສາມາດກ້າເບ້ຍຫວາຍແຍ້ໄດ້ດີມີຢູ່ 2 ວິທີ: 

ວິທີທີ່ໜື່ງ: ແມ່ນເໝາະສົມສຳຫຼັບຜູ້ທີ່ຜະລິດຫຼາຍ ຫຼື ມີແກ່ນຈຳນວນຫຼາຍ ແມ່ນໃຫ້ເອົາແກ່ນລົງແຊ່ນ້ຳເຢັນ 7-10 ວັນ, ແລ້ວແກະເປືອກ ແລະ ນວນສີເຫຼືອງອອກ, ການແຊ່ຄວນປ່ຽນນ້ຳທຸກໆວັນເພື່ອບໍ່ມີເກີດເຊື້ອຣາ. ຫຼັງຈາກນັ້ນໃຫ້ກະກຽມໜານກ້າ ໃຫ້ພຽງພໍກັບຈຳນວນແກ່ນ, ການຫວ່ານແກ່ນໃຫ້ສະໝໍ່າສະເໝີລົງໃນໜານທີ່ກະກຽມໄວ້. ເມື່ອຫວ່ານແກ່ນແລ້ວໃຫ້ເອົາດິນປົກແກ່ນ 1.5-3 ຊມ. ຄວນເອົາຜ່າກັນແສງປົກປະມານ 50%. 

ວິທີທີ່ສອງ: ແມ່ນເໝາະສົມສຳຫຼັບປະລິມານແກ່ນຈຳນວນໜ້ອຍ ແມ່ນເຮົາເອົາແກ່ນມາເກະເປືອກ ແລະ ນວນເຫຼືອງອອກໃຫ້ໝົດແລ້ວໃຫ້ມິດນ້ອຍແກະຕາຂອງແກ່ນຫວາຍທີ່ປິດໜໍ່ອ່ອນໄວ້ນັ້ນອອກ, ແຕ່ຄວນລະວັງຢ່າໃຫ້ເຂົາເລິກເກີນໄປ. ແລ້ວໃຫ້ເອົາແກ່ນໄປກ້າໃນກະຕ່າ ເຊິ່ງມີວັດຖຸປູກເປັນຝຸ່ຍໝາກພ້າວ, ເອົາແກ່ນຫວ່ານລົງ ແລ້ວຝຸ່ຍໝາກພ້າວປົກພໍປະມານ, ຈາກນັ້ນແລ້ວຫົດນ້ຳ, ໃຊ້ຖົງຢາງພາສຕິກຂະໜາດໃຫຍ່ປົກຄຸມໄວ້, ເກັບໄວ້ບ່ອນຮົ່ມເຢັນ.

ທັງສອງວິທີ ແກ່ນຫວາຍຈະງອກປະມານ 15-90 ວັນ ຈື່ງແຕກງອກໝົດ, ເມື່ອເບ້ຍຫວາຍໄດ້ອາຍຸ 1 ເດືອນມັນຈະສູງປະມານ 3 ຊມ, ແມ່ນເໝາະສົມສຳຫຼັບການຍ້າຍໃສ່ເບົ້າ. 

ການປະກອບສ່ວນ