ເມື່ອປູກແລ້ວ 3 ເດືອນ ຈະຕ້ອງໄດ້ເສຍຫຍ້າ ແລະ ໃສ່ຝຸ່ນ, ໂດຍໃສ່ຝຸ່ນຄອກຕົ້ນລະ 1 ກິໂລ. ຖ້າສວນຫວາຍທີ່ປູກໄດ້ຫຼາຍປີແລ້ວ ເມື່ອຕັດຫຍ້າ ຄວນເອົາຫຍ້າທີ່ຕັດໄປປົກອ້ອມຕົ້ນເພື່ອຮັກສາຄວາມຊຸ່ມຂອງດິນ ແລະ ປ້ອງກັນວັດຊະພືດຂຶ້ນ, ເມື່ອປູກໄດ້ປະມານ 7 ເດືອນຕໍ່ມາຈະເຫັນໜໍ່ໃໝ່ແຕກອອກອິກຈາກເຫງົ້າໃຕ້ດິນ ແລະ ອິກໜື່ງກໍ່ຈະສາມາດຕັດຂາຍໜໍ່ໄດ້, ໂດຍສະເລ່ຍໜື່ງສຸ່ມຕໍ່ໜື່ງຍອດສາມາດຕັດໄດ້. ເພື່ອໃຫ້ໜໍ່ໃໝ່ເກີດຂຶ້ນມາແທນ. ຖ້າລະດູແລ້ງຄວນມີການຫົດນ້ຳ ຈະໃຫ້ຜົນຜະລິດສູງຂຶ້ນ. 

ການປະກອບສ່ວນ