ອ່ອມຍອດຫວາຍ

Andy Souvanhphukdee
ອ່ອມຍອດຫວາຍ ແຂວງວຽງຈັນ ພິເສດສຳລັບຄົນກິນເຈ, Bill Tuffin ໄດ້ເພີ່ມ ແລະ ປ່ຽນວິທີການປຸງແຕ່ງຂຶ້ນໃຫ່ມ ໂດຍການໃສ່ຖົ່ວເຫຼືອງໝັກເປັນສ່ວນປະສົມຫຼັກ ແທນປາ, ຊີ້ນໝູ ຫຼື ໄກ່
ເຮືອນຄົວລາວ
Kees sprengers (The Boat landing Cookbook)

ສ່ວນປະສົມ
•  ກະທຽມ 2 ກີບໃຫ່ຍ
•  ຫົວຜັກບົ່ວແດງ 2 ຫົວ
•  ຍອດຫວາຍຕັດເປັນຕ່ອນ2 ຈອກກາເຟ ຂະໜາດເທົ່າຫົວໂປ້ມື 
•  ນໍ້າມັນ ½ ຈອກ
•  ຖົ່ວເຫຼືອງໝັກ 3 ບ່ວງແກງ
•  ຄະນໍ 2 ບ່ວງຊາ
•  ນໍ້າ 1 ຈອກ
•  ນໍ້າປາ 1 ບ່ວງແກງ
•  ຜັກຫອມປ້ອມຊອຍ 3 ບ່ວງແກງ
•  ຫອມບົ່ວໃບຊອຍ ¼ ຈອກ
    ສຳລັບ 4 ຄົນ

ວິທີປຸງແຕ່ງ
1. ໃສ່ກະທຽມ ແລະ ຫົວຜັກບົ່ວແດງລົງໃນຄົກ ແລ້ວຕຳໃຫ້ມຸ່ນລະອຽດ
2. ໜຶ້ງຫວາຍຈົນກວ່າຈະອ່ອນ ແລ້ວນຳອອກຈາກໝໍ້
3. ຄ້າງໝໍ້ກະທະ ແລ້ວໃສ່ນໍ້າມັນ, ລໍຖ້າຈົນກວ່ານ້ຳມັນຈະຮ້ອນ ແລ້ວໃສ່ກະທຽມ ແລະ ຫົວຜັກບົ່ວແດງ ເພື່ອທອດຈົນເປັນສີເຫຼືອງ
4. ໃສ່ຫວາຍລົງໃນຄົກ ແລ້ວຕຳ (ບໍ່ຈຳເປັນຕ້ອງຕຳໃຫ້ລະອຽດ)
5. ຫຼັງຈາກທອດກະທຽມເປັນສີເຫຼືອງແລ້ວ ໃສ່ຖົ່ວເຫຼືອງໝັກລົງໄປ ຄົນຕໍ່ເນື່ອງເພື່ອບໍ່ໃຫ້ໄໝ້
6. ໃສ່ຍອດຫວາຍ ພ້ອມຄະນໍ ແລະ ນໍ້າ 1 ຈອກ, ຫຼັງຈາກສ່ວນປະສົມທຸກຢ່າງເລີ່ມສຸກແລ້ວ ໃຫ້ຫຼຸດຜ່ອນຄວາມແຮງຂອງໄຟລົງ ແລ້ວຂົ້ວຕໍ່ໄປ ຈົນກວ່ານໍ້າແຫ້ງ ຫຼື ຈົນຂຸ້ນ
7. ຕັກໃສ່ຈານ ພ້ອມຮັບປະທານ

ຂົ້ວໜໍ່

ຄຳແນະນຳ
•  ສູດນີ້ສຳລັບຄົນກິນເຈໂດຍສະເພາະ
•  ສາມາດໃສ່ໄກ່, ປາ ຫຼື ໝູ ແທນໝາກຖົ່ວໝັກ 

ຂໍ້ມູນຈາກ ອາຫານພາກເໜືອລາວ ປຶ້ມສູດອາຫານຂອງເຮືອນພັກທ່າເຮືອ

ການປະກອບສ່ວນ