ໜໍ່ແຍ້ເປັນພືດທີ່ມີການນຳໃຊ້ອາຫານໃນຊີວິດປະຈຳວັນຂອງປະຊາຊົນລາວເຮົາ ໂດຍການນຳໄປປຸ່ງແຕ່ງເປັນອາຫານໃນລາຍການຕ່າງໆ, ໃນປະຈຸບັນຍັງໄດ້ເຮັດເປັນໜໍ່ແຫ້ງເພື່ອຂາຍໃນກັບແຂກນັກທ່ອງທ່ຽວເພື່ອຊື້ເປັນຂອງຝາກ. ການປຸ່ງແຕ່ງກໍ່ຄືກັນກັບໜໍ່ແຍ້ດິບ ໂດຍການເອົາໜໍ່ທີ່ແຫ້ງນັ້ນໄປແຊ່ນ້ຳເຢັນປະມານ 30 ນາທີ ກໍ່ສາມາດນຳມາປຸງແຕ່ງເປັນອາຫານທີ່ຕາມໃຈ. ການປະກອບອາຊິບເຮັດສວນໜໍ່ແຍ້ ກໍ່ເປັນທາງເລືອກໜື່ງທີ່ສຳຄັນໃນການສ້າງລາຍຮັບໃຫ້ກັບຄອບຄົວ ເຊິ່ງສະເລ່ຍໃນແຕ່ລະປີ ລາຍຮັບປະມານ 63,000,000 ກິບ/ເຮັກຕາ ຕໍ່ກັບຄອບຄົວ. ລວມໄປເຖິງແມ່ຄ້າຄົນກາງຍັງໄດ້ກຳລັງເປັນທົບເຄິ່ງ ທີ່ນຳເອົາໜໍ່ຫວາຍໄປຂາຍຕໍ່ ຫຼື ນຳໄປແປຮູບ. ເຊິ່ງລາຄາຕ່າງທ້ອງຕະຫຼາຍທົ່ວໄປໜໍ່ໜື່ງຂາຍປະມານ 3000-5000 ກິບ, ຖ້າຕົ້ມ ຫຼື ລວກ ເຮັດເປັນມັດຂາຍລາຄາ 15,000-20,000 ກິບ/ມັດ. 

ຫວາຍແຍ້ຖືວ່າເປັນເຄື່ອງປ່າຂອງດົງທີ່ສຳຄັນໃນເມື່ອກ່ອນ, ແຕ່ປະຈຸບັນໄດ້ກາຍເປັນພືດເສດຖະກິດທີ່ສຳຄັນ ແລະ ມີຄວາມນິຍົມກັນຢ່າງກວ້າງຂວາງໃນປະຈຸບັນ, ເມື່ອເບີ່ງໂດຍລວມຕາມທ້ອງຕະຫຼາດແມ່ນຍັງມີຄວາມຕ້ອງການ, ຜູ້ຜະລິດຍັງຕອບສະໜອງຄວາມຕ້ອງການຂອງຕະຫຼາດຍັງບໍ່ທັນພຽງພໍ, ຍ້ອນການປູກຫວາຍໃນປະຈຸບັນແມ່ນຍັງມີໜ້ອຍຫຼາຍ, ຖ້າໃນອານາຄົດການປູກຫວາຍເພີ່ມຂຶ້ນກໍ່ອາດຈະເຮັດໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກໃນຕົວເມືອງ ໂດຍສະເພາະແມ່ນຕົວເມືອງວຽງຈັນ. ນອກຈາກຕະຫຼາດພາຍໃນແລ້ວຍັງມີຄວາມຕ້ອງການຂອງຕະຫຼາດຕ່າງປະເທດເຊັ່ນ: ຈີນ, ໄທ ແລະ ຫວຽດນາມ. ຕະຫຼາດທີ່ຂາຍພາຍໃນຕົວເມືອງວຽງຈັນມີ: ຕະຫຼາດທົ່ງຂັນຄຳ, ຂົວດິນ, ສີໄຄ, ໂພນຕ້ອງ, ໂພນສະຫວ່າງ, ທົ່ງຂັນຄຳ, ດົງໝາກຄາຍ, ຫຼັກ52. ແຫຼ່ງທີ່ມາຂອງໜໍ່ຫວາຍທີ່ຂາຍຕາມທ້ອງຕະຫຼາດທົ່ວໄປແມ່ນມາຈາກ: ແຂວງວຽງຈັນ (ເມືອງໂພນໂຮງ, ທຸກລະຄົມ, ເຟືອງ ແລະ ວັງວຽງ), ບໍລິຄຳໄຊ (ປາກຊັນ, ທ່າບົກ ແລະ ທ່າພະບາດ), ນະຄອນຫຼວງ (ປາກງື່ມ, ໄຊທານີ, ນາຊາຍທອງ, ຫາດຊາຍຟອງ ແລະ ສັງທອງ).

ໃນປະຈຸບັນຍັງພົບຕາມຕະຫຼາດທີ່ຂາດຜັກອໍກະນິກທົ່ວໄປເຊັ່ນ: ໄອເຕັກ, ຫ້ວຍຫົງ, ໂດກດົງໄນພາຊາ ແລະ ອື່ນໆ.

ການປະກອບສ່ວນ