ຊາວສວນທີ່ປູກຫວາຍແຍ້: ສວນຫຼາຍແມ່ນພໍ່ແມ່ປະຊາຊົນຜູ້ທີ່ມີພື້ນທີ່ໃນການເຮັດສວນຫວາຍ ໂດຍສະເພາະແມ່ນປະຊາຊົນຕາມແຄມງື່ມ, ເຊິ່ງເປັນພື້ນທີ່ເໝາະສົມສຳລັບການປູກໜໍ່ແຍ້. ເຊິ່ງຕົ້ນທຶນການຜະລິດກໍ່ບໍ່ຫຼາຍສາມາດປູກແລ້ວເກັບກູ້ໄດ້ເປັນເວລາຍາວນານ, ເຊິ່ງເປັນພືດເສດຖະກິດທີ່ຄຸ້ມຄ່າທີ່ສຸດ. ເຊິ່ງການຂາຍກໍ່ສະດວກສະບາຍຂາຍງ່າຍ.

ແມ່ຄ້າຄົນກາງ: ເຊິ່ງມີຜູ້ຮັບຊື້ມາຂາຍຕໍ່ໃນຕະຫຼາດຕ່າງໆໃນຕົວເມືອງ ຫຼື ບາງລາຍໄດ້ຮັບມາອົບແຫ້ງເພື່ອເຮັດເປັນເຄື່ອງຝາກ ຫຼື ຂາຍອອກຕ່າງໆປະເທດ.

ຜູ້ບໍລິໂພກ:  ສ່ວນຫຼາຍແມ່ນຊາວກະສິກຳໄດ້ນຳມາປູງແຕ່ງເປັນອາຫານພາຍໃນຄອບຄົວ ແລະ ພົບຂາຍທົ່ວໄປຕ່າງທ່ອງຕະຫຼາດໃນຕົວເມືອງ ເຊິ່ງສາມາດເອົາມາປຸງແຕ່ງເປັນອາຫານໄດ້ເຊັ່ນດຽວກັນ. ນອກນັ້ນຍັງມີນັກທ່ອງທ່ຽວໄດ້ຊື້ເປັນຂອງຝາກ ໂດຍສະເພາະແມ່ນໜໍ່ແຍ້ທີ່ອົບແຫ້ງແລ້ວ ແມ່ນສະດວກໃນການເກັບຮັກສາ.

ການປະກອບສ່ວນ