ຫວາຍ / Rattans

ຫວາຍເປັນກຸ່ມພືດທີ່ມີໜາມ, ລຳຕົ້ນເປັນເຄືອຍາວ ເຊິ່ງຈັດຢູ່ໃນຕະກຸນຍ່ອຍ Calamoideae. ຫວາຍມີສະມາຊິກ ປະມານ 550 ຊະນິດ ຈັດຢູ່ໃນ 12 ສະກຸນ ທີ່ກະຈາຍພັນໃນເຂດອົບອຸ່ນຂອງໂລກ (Dransfield et al. 2008). ຫວາຍເປັນ ພືດທີ່ມີຄວາມສຳຄັນຕໍ່ກັບການດຳລົງຊີວິດປະຈຳວັນເຊັ່ນ: ເຄື່ອງຫັດຖະກຳ, ອາຫານ, ຢາ ແລະ ສີນຄ້າ ເຊີ່ງສ້າງລາຍ ໄດ້ອັນມະຫາສານໃນແຕ່ລະປີຈາກການຜະລິດເຄື່ອງເຟີນິເຈີຈາກຫວາຍ. ຫວາຍສ່ວນຫຼາຍແມ່ນເກັບຈາກປ່າ ທຳມະຊາດ. ມີການຄາດຄະເນວ່າມີຫຼາຍລ້ານຄົນທີ່ມີການນຳໃຊ້, ເກັບກູ້ ແລະ ຂາຍເປັນສີນຄ້າ, ໃນນັ້ນໄດ້ມີການ ສົ່ງຂາຍ ອອກຕ່າງປະເທດ (Dransfield and Manokaran, 1994). ຫວາຍນັບວ່າເປັນກຸ່ມພືດທີ່ມີຄວາມສຳຄັນທາງ ດ້ານເສດຖະກິດ ແລະ ເປັນເຄື່ອງປ່າຂອງດົງທີ່ມີຈັກກັນດີໃນລະດັບທ້ອງຖີ່ນທົ່ວໂລກ.

ການປະກອບສ່ວນ