ຫວາຍໜາມໄຊ / Erect Stem Rattane

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Calamus erectus Roxb. / Arecaceae
ຊື່ພ້ອງ
Calamus collinus Griff.
Calamus erectus var. birmanicus Becc.
Calamus erectus var. collinus (Griff.) Becc.
Calamus erectus var. erectus
Calamus erectus var. macrocarpus (Griff. ex Mart.) Becc.
Calamus erectus var. schizospathus (Griff.) Becc.
Calamus macrocarpus Griff. ex Mart.
Calamus schizospathus Griff.
Palmijuncus collinus (Griff.) Kuntze
Palmijuncus erectus (Roxb.) Kuntze
Palmijuncus macrocarpus (Griff. ex Mart.) Kuntze
Palmijuncus schizospathus (Griff.) Kuntze
ຊື່ອື່ນ
ລາວ: ຫວາຍນາມໄຊ, ບລອງຈິນຕຣາ, ກົກຕໍາປາຣ
ບັນຍາຍລັກສະນະພືດສາດ

ລັກສະນະລຳຕົ້ນເກີດເປັນສຸມ, ບໍ່ເປັນເຄືອ, ລຳຕົ້ນຕັ້ງອິດສະລະ ຫຼື ພາດກ່າຍຍາວເຖິງ 6 ມ, ເສັ້ນຜ່ານສູນກາງ 5 ຊມ; ກາບໃບສີຂຽວເຂັ້ມ, ມີຂົນສີນ້ຳຕານເຂັ້ມ ແລະ ໜາມສີນ້ຳຕານ, ແປ, ຍາວ 3.5 ຊມ, ຮຽງເປັນແຖວສັ້ນ; ມີຫູໃບ, ມີໜາມສັ້ນຮຽງເປັນແຖວ, ຫູໃບເປິດເປັນສອງສ່ວນ, ຫຼົ່ນງ່າຍ; ບໍ່ມີເຂົ່າໃບ; ບໍ່ມີມືເກາະຢູ່ກາບໃບ; ກ້ານໃບຍາວ 190 ຊມ, ມີໜາມສີເຫຼືອງ, ຮຽງເປັນວົງແຫວນ; ກ້ານກາງໃບຍາວ 3 ມ, ແຜ່ນໃບຮູບຫອກ, ໃບແຕ່ລະຂ້າງມີ 40 ໃບ, ໃບຍ່ອຍຮຽນງສະໝໍ່າສະເໝີ, ຂອງໃບຍ່ອຍມີຂົນສັ້ນແຂງ; ບໍ່ມີມຶເກາະຢູ່ປາຍໃບ; ຊໍ່ດອກຍາວ 2 ມ, ບໍ່ມີມືເກາະ; ກາບຊ້ອນຊໍ່ດອກເປັນຫຼອດ, ແຕ່ແຕກຢູ່ປາຍເປັນລີ້ວໆ; ໝາກກົມສ້ວຍຮູບໄຂ່, ຍາວ 5 ຊມ ແລະ ກວ້າງ 2.5 ຊມ, ສີຂຽວ ຫຼື ສີນ້ຳຕານແດງ. ການກະຈາຍພັນ ແລະ ຖິ່ນກຳເນີດ: ພາກເໜືອ ແລະ ພາກກາງຂອງລາວ. ຕ່າງປະເທດພົບທີ່ບັງກະລາເທດ, ບູຖານ, ຈິນ, ອິນເດຍ, ມຽນມ້າ, ເນປານ ແລະ ໄທ. ພົບຕາມປ່າດົງດິບເຂດຕໍ່າ, ພູເຂົາສູງ ຫຼື ປ່າປ່ຽນໃບ, ປົກກະຕິເກິດຢູ່ເຂດສູງຊັນທີ່ມີຄວາມສູງຈາກໜ້ານ້ຳທະເລ 1,400 ມ. (ຈັນສະໜອນ ພົງອຸດົມ ແລະ ຄະນະ, 2014)

ບັນຍາຍການນຳໃຊ້

ເສັ້ນຫວາຍມີຄວາມແຂງໃຊ້ເຮັດໂຄງກະຕ່າ ຫຼື ໂຄງຮ່າງເຄື່ອງຫັດຖະກຳ

ການປະກອບສ່ວນ