ຫວາຍນໍ້າ / Water Rattan

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Calamus viminalis Willd. / Arecaceae
ຊື່ພ້ອງ
Calamus buroensis Mart. ex Walp.
Calamus extensus Mart.
Calamus fasciculatus Roxb.
Calamus fasciculatus subvar. andamanicus Becc.
Calamus fasciculatus subvar. bengalensis Becc.
Calamus fasciculatus subvar. cochinchinensis Becc.
Calamus fasciculatus subvar. pinangianus Becc.
Calamus litoralis Blume
Calamus phuocbinhensis A.J.Hend. & N.Q.Dung
Calamus pseudorotang Mart.
Calamus siamensis Becc.
Calamus siamensis var. malaianus Furtado
Calamus viminalis var. fasciculatus (Roxb.) Becc.
Palmijuncus fasciculatus (Roxb.) Kuntze
Palmijuncus litoralis (Blume) Kuntze
Palmijuncus pseudorotang (Mart.) Kuntze
Palmijuncus viminalis (Willd.) Kuntze
Rotang viminalis (Willd.) Baill.
ຊື່ອື່ນ
ໄທ: ຫວາຍຂົມ, ຫວາຍດົງ
ວຽດນາມ: ເມີຍເນບ
ບັນຍາຍລັກສະນະພືດສາດ

ເປັນຫວາຍທີ່ເກີດເປັນສຸມ ມີເສັ້ນຍາວເຖິງ 20 ມ ແລະ ໜ້າຕັດ 0.9-2 ຊມ. ຫວາຍນໍ້າມີໜ້າຕັດຂອງກາບຫຸ້ມລໍາ 1.2-3 ຊມ, ສີຂຽວ ແລະ ບາງຄັ້ງ, ມີຂົມອ່ອນໆສີນໍ້າຕານເຂັ້ມ. ໜາມຂອງມັນຍາວ 1-2.5 ຊມ, ສີນໍ້າຕານເຂັ້ມ ຫາ ສີນໍ້າຕານແກມເຫຼືອງ, ປາຍໜາມແດງ ແລະ ສ່ວນກົກເປັນຮູບດວງຈັນສ້ຽວ. ຫູກາບໃບນ້ອຍ, ແຫ້ງ, ບໍ່ມີໜາມ ຫຼື ຂົນ. ໃບຍາວ 0.8-1.2 ມ, ບາງໃບເປັນໃບຄີກ, ບາງໃບເປັນໃບຄູ່. ກ້ານໃບຍາວ 7-22 ຊມ, ບາງຄັ້ງ ສັ້ນກວ່າ 5 ຊມ ຖ້າເປັນໃບເກີດຈາກກາບຊໍ່ດອກ. ຊໍ່ດອກຍາວ 0.6-1.6 ມ ລວມທັງມືເກາະ. ໝາກມີຂະໜາດ 0.8 ຊມ x 0.8 ຊມ ມີເກັດສີຂາວ (ສີເຫຼືອງເມື່ອແຫ້ງແລ້ວ) ແລະ ຂ້າງໃນມີແກ່ນບໍ່ເປັນຄອງວໍ້າເຂົ້າ.

ບັນຍາຍການນຳໃຊ້

ສະໜອງລຳທີ່ມີຄຸນນະພາບເພື່ອນຳໃຊ້ໃນການຜະລິດເຟີນິເຈີ. ຍອດອ່ອນສາມາດນຳມາປຸງແຕ່ງເປັນອາຫານ.

ການປະກອບສ່ວນ