ຫວາຍນອງ / Modern Rattan

ການນຳໃຊ້
ອາຫານ
ສີນຄ້າ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Calamus godefroyi Becc. / Arecaceae
ຊື່ພ້ອງ
ຊື່ອື່ນ
ກຳປູເຈຍ: ພາດາວໂຕກ
ລາວ: ຫວາຍໜອງ
ບັນຍາຍລັກສະນະພືດສາດ

ລັກສະນະລຳຕົ້ນເກິດເປັນສຸ່ມ, ເປັນເຄືອ, ເສັ້ນລຳຍາວເຖິງ 30 ມ, ເສັ້ນຜ່າສູນກາງ 1.5 ຊມ, ກາບໃບສີຂຽວ, ມີຂົນສີນ້ຳຕານປົກຫຸ້ມ ແລະ ມີໜາມຮູບສາມຫຼ່ຽມ, ແປ, ປາຍດຳ, ຍາວ 2 ຊມ, ປົກຫຸ້ມກະແຈກກະຈາຍ ເຖິງໜາແໜ້ນ; ມີຫູໃບ; ມີເຂົ່າໃບ; ມີເກາະຢູ່ກາບໃບຂະຫຍາຍຍາວ; ກ້ານໃບຮຽງສະໝໍ່າສະເໝີ, ທ້ອງໃບຍ່ອຍສີຂຽວເທົາ, ໃບຍ່ອຍຢູ່ກົກໃບໂຄ້ງກັບຫຫຼັງຫາກາບໃບ; ບໍ່ມີມືເກາະຢູ່ປາຍໃບ; ຊໍ່ດອກຍາວ 1.3 ມ, ມີມືເກາະ; ກາບຊ້ອນຊໍ່ດອກເປັນຫຼອດ; ໝາກກົມສ້ວຍ ຍາວ 1.6 ຊມ ແລະ ກວ້າງ 1.2 ຊມ, ສີເຫຼືອງ ຫຼື ສີຂາວ. ການກະຈາຍພັນ ແລະ ຖີ່ນກຳເນິດ: ພົບຢູ່ກຳປູເຈຍ ແລະ ພາກກາງຂອງລາວ, ພາກຕາເວັນອອກສ່ຽງໃຕ້ຫວຽດນາມ, ໄທ. ພົບຕາມແຄມໜອງທີ່ມີລະດັບສູງຈາກໜ້ານ້ຳທະເລຂ້ອນຂ້າງຕໍ່າ. ເປັນໝາກເດືອນສີງຫາ. (ຈັນສະໜອນ ພົງອຸດົມ ແລະ ຄະນະ, 2014).

ບັນຍາຍການນຳໃຊ້

ຢູ່ທ້ອງຖີ່ນເສັ້ນລຳໃຊ້ເປັນເຄື່ອງຈັກສານຫັດຖະກຳ

ການປະກອບສ່ວນ