ຫວາຍຫອມ / Coriander Rattan

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Calamus gracilis Roxb. / Arecaceae
ຊື່ພ້ອງ
Palmijuncus gracilis (Roxb.) Kuntze
ຊື່ອື່ນ
ໄທ: ຫວາຍຫອມ
ວຽດນາມ: ເມີຍທາມ, ເມີຍຊາງ [mây tắt, mây nước]
ບັນຍາຍລັກສະນະພືດສາດ

ຫວາຍຫອມ ເປັນຫວາຍທີ່ເກີດເປັນສຸ່ມ, ເສັ້ນຍາວ ເຖິງ 30 ມ ແລະ ໜ້າຕ້າງຂອງເສັ້ນ ແຕ່ 0.4 ຊມ ຫາ 1 ຊມ. ລໍາທີ່ມີກາບຫຸ້ມ ມີຂະໜາດ 0.5-2 ຊມ, ສີຂຽວແກ່ ແລະ ມີຂົນອ່ອນສີດໍາ. ໜາມເປັນສີຂຽວ ມີປາຍສັ້ນສີດໍາ, ກົກໜາມຕຸ້ຍຮູບຈວຍ, ຕັ້ງຊີ້ຂື້ນເລັກນ້ອຍ, ຍາວສຸດບໍ່ເກີນ 0.5 ຊມ. ຫວາຍຫອມ ມີຫູກາບໃບ (ເກີດຕາມຂໍ້ຂອງລໍາ) ນ້ອຍໆ, ແຫ້ງ, ບໍ່ມີໜາມ ຫຼື ຂົນ. ໃບຍາວ 0.3-0.7 ມ ສີຂຽວເຂັ້ມ, ກ້ານໃບນ້ອຍກວ່າ 3 ຊມ. ຊໍ່ດອກຍາວ 0.3-0.7 ມ ມີມືເກາະ. ໝາກມີຂະໝາດ 2.5-1.7 ຊມ ສີນໍ້າໝາກກ້ຽງ, ແຕ່ເປັນສີເຫຼືອງ, ເມື່ອມັນແຫ້ງ ຫຼື ຍັງບໍ່ສຸກ ແລະ ເປັນຄອງເລິກ ຍ້ອນແກ່ນຂ້າງໃນເປັນຄອງ.

ບັນຍາຍການນຳໃຊ້

ຍອດນຳໃຊ້ເປັນອາຫານ, ລຳຕົ້ນເປັນເຄືອຍາວນຳໃຊ້ເຮັດເຄື່ອງຫັດຖະກຳຫຼາຍປະເພດເຊັ່ນ: ເປັນໂຄງສ້າງຂອງເຟີນີເຈີ

ການປະກອບສ່ວນ