ຫວາຍຫຼືມ / Evans's Rattane

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ພືດເປັນຢາ
ພືດປະດັບ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Calamus evansii A.J.Hend. / Arecaceae
ຊື່ພ້ອງ
ຊື່ອື່ນ
ບັນຍາຍລັກສະນະພືດສາດ

ລັກສະນະລຳຕົ້ນເກີດເປັນສຸມ, ເປັນເຄືອ, ເສັ້ນລຳຍາວເຖິງ 7 ມ, ເສັ້ນຜ່າສູນກາງ 1.3 ຊມ; ກາບໃບສີຂຽວ, ມີຂົນສີເທົາຂາວ ແລະ ໜາມສີນ້ຳຕານ, ປາຍດຳ, ໜາມແປ, ລຽບຕາມທາງຍາວ, ຍາວ 1 ຊມ, ບາງຄັ້ງມີໜາມສັ້ນໆປະປົນກະຈາຍຢູ່ນຳ ປົກຫຸ້ມກະແຈກກະຈາຍ, ເຖິງໜາແໜ້ນ, ຫູໃບມີຂົນສັ້ນແຂງປົກຫຸ້ມຢ່າງໜາແໜ້ນ; ມີເຂົ່າໃບ; ມີມືເກາະຢູ່ກາບໃບ; ກ້ານໃບຍາວ 20 ຊມ; ກ້ານກາງໃບ ຍາວ 0.5 ມ, ໃບຍ່ອຍຮູບຫອກ, ແຕ່ລະຂ້າງມີ 3-6 ໃບ, ໃບຍ່ອຍຮຽງບໍ່ສະໝໍ່າສະເໝີເປັນກຸ່ມຫ່າງກັນ ຫຼື ດ່ຽວ, ຄູ່ໃບຍ່ອຍທີ່ຢູ່ປາຍໃບແຍກກັນ ຫຼື ເຊື່ອມຕິດກັນໜ້ອຍໜື່ງຢູ່ສ່ວນກົກໃບ; ບໍ່ມີມືເກາະຢູ່ປາຍໃບ; ຊໍ່ດອກຍາວ 3 ມ, ມີມືເກາະ; ກາບຊ້ອນຊໍ່ດອກເປັນຫຼອດ. ການກະຈາຍພັນ ແລະ ຖີ່ນກຳເນີດ: ພົບຢູ່ພາກກາງຂອງລາວ, ຢູ່ພູພຽງນາກາຍ, ເຂດປ່າດົງດິບ (ເຂດຍອດນ້ຳອອນ) ທີ່ມີລະດັບຄວາມສູງຈາກໜ້ານ້ຳທະເລ 520-530 ມ.ອອກດອກໃນເດືອນມີນາ. (ຈັນສະໝອນ ພົງອຸດົມ ແລະ ຄະນະ, 2014)

ບັນຍາຍການນຳໃຊ້

ລຳຕົ້ນໃຊ້ເປັນເຄື່ອງຫັດຖະກຳ

ການປະກອບສ່ວນ