ຫວາຍທູນ / Thoun Rattan

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Calamus poilanei Conrard / Arecaceae
ຊື່ພ້ອງ
ຊື່ອື່ນ
ໄທ: ຫວາຍທູນ
ວຽດນາມ: ຊອງບອດ [song bột ]
ບັນຍາຍລັກສະນະພືດສາດ

ຫວາຍທູນເປັນຫວາຍທີ່ເກີດດ່ຽວ, ໝັ້ນ ແລະ ໜຽວ. ກາບໃບສ່ວນຫຼາຍຈະມີໝ້າຕ້າງໃຫຍ່ກວ່າ 5 ຊມ, ມີໜາມໜ້ອຍ. ເສັ້ນຫວາຍຈະຍາວເຖິງ 150 ມ ແລະ ມີຂະໜາດໜ້າຕ້າງ 3-5 ຊມ. ໃບຍາວ 2-4 ມ ໃບຍ່ອຍຈັບລຽງກັນຢ່າງສະໝໍ່າສະເໝີ ມີໜາມຕາມໜ້າໃບ ແລະ ກ້ານໃບຍາວ 20-26 ຊມ. ຊໍ່ດອກລວມທັງມືເກາະ ມີຄວາມຍາວແຕ່ 2-6 ມ. ໝາກຂອງຫວາຍທູນຍາວ ປະມານ 2 ຊມ ແລະ ກວ້າງ 1.4 ຊມ, ມີເກັດ ສີເຫຼືອງມ້ານໆ ແລະ ມີຂອບບາງສີເຂັ້ມ. ແກ່ນບໍ່ເປັນຮ່ອງວໍ້າເຂົ້າ. ຫວາຍຊະນິດນີ້ ເກີດຢູ່ໃນປ່າດົງດິບທຸກໆບ່ອນຂອງປະເທດລາວ ແລະ ກໍ່ພົບເຫັນເຊັ່ນກັນ ຢູ່ປະເທດໄທ ແລະ ພາກໃຕ້ວຽດນາມ. ການຂຸດຄົ້ນເຊີງການຄ້າເອົາເສັ້ນທີ່ມີຄຸນນະພາບສູງນັ້ນ ໄດ້ເຮັດໃຫ້ມັນຫາຍາກຂື້ນ ໃນປ່າທໍາມະຊາດ ຈົນໄດ້ຖືກຂື້ນບັນຊີແດງຂອງຊະນິດພືດທີ່ຖືກຂົມຂູ່ ໃນປີ 1997. ຕາມຕະຫຼາດທ້ອງຖີ່ນ. ຍອດຫວາຍທູນຈະຂາຍກັນໃນລາຄາ 35,000 ກິບ/ຍອດ.

ບັນຍາຍການນຳໃຊ້

ປະຊາຊົນໃນທ້ອງຖິ່ນຕ່າງໆ ໄດ້ນໍາໃຊ້ເສັ້ນຫວາຍເຮັດເປັນເຄື່ອງຫັດຖະກຳ ເຊັ່ນ: ກະຕ່າ, ສາດ, ດ້າມມີດ, ເຄື່ອງມືລ່າສັດ ແລະ ເຄື່ອງມີຫາປາ. ຢູ່ໃນໂຮງງານ ເສັ້ນຫວາຍໄດ້ຖືກນໍາໄປຜະລິດເຮັດ ໂຄງຕັ່ງ, ຊຸດຊາລົງ, ຕູ້ ແລະ ສານເປັນແຜ່ນຮອງນັ່ງ ສໍາລັບເຟີນີ້ເຈີ,ຍອດຫວາຍທຸນຖືກນຳໃຊ້ເປັນອາຫານທີ່ນິຍົມໃນລາວ.

ການປະກອບສ່ວນ