ຫວາຍແດງລາວ / Lao Red Rattan

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Calamus laoensis T.Evans, Sengdala, Viengkham, Thamm. & J.Dransf. / Arecaceae
ຊື່ພ້ອງ
ຊື່ອື່ນ
ຫວາຍກະໂຕກ,ຫວາຍວະ, ຫວາຍແຂ້ວໝີ
ບັນຍາຍລັກສະນະພືດສາດ

ເປັນຫວາຍສຸມ, ເສັ້ນຍາວເຖິງ 40 ມ ແລະ ໜ້າຕັດ 2-2.5 ຊມ. ກາບໃບມີໜ້າຕັດ 3.5-5 ຊມ, ສີຂຽວມົ່ນ ຫຼື ສີຂຽວອ່ອນ. ຫວາຍຊະນິດນີ້ ມີໜາມຫຼາຍ, ໜາມເປັນສີເຟືອງອ່ອນ, ສ່ວນປາຍດໍາສ່ວນກົກສີເຫຼືອງອ່ອນ. ຫູກາບໃບນ້ອຍໆຂອງມັນ, ທີ່ເກີດຈາກຂອບຂອງກາບໃບເບື້ອງທີ່ຜ່ອຍ, ມີໜາມ, ຄືກັນກັບກາບໃບ. ໃບຍາວ 1.7-2.5 ມ ແລະ ສ່ວນກົກຂອງມັນ ມີໃບຍ່ອຍຈັບຢູ່ກ້ອງ ແລະ ມີຂົນນ້ອຍໆສີຂາວ. ກ້ານໃບຍ່ອຍຍາວ 5-10 ຊມ ແລະ ຊໍ່ດອກຍາວ 2.5-6 ມ, ເປັນຊໍ່ຍ່ອນລົງ ແລະ ມີມືເກາະ. ໝາກເກັດຂອງມັນມີ ຂະໜາດ 2 ຊມ x 1.2 ຊມ, ເປັນສີສົ້ມ, ເວລາແຫ້ງ ແລະ ຂອບເກັດດ້ານພື້ນເປັນສີນໍ້າຕານແກ່. ແກ່ນບໍ່ເປັນຄອງວໍ້າເຂົ້າ.

ບັນຍາຍການນຳໃຊ້

ໃຊ້ເຮັດຫັດຖະກຳເຄື່ອງເຮືອນ ແລະ ສານກະຕ່າ; ເປັນຫວາຍທີ່ມີຄຸນນະພາບອັນດັບສາມຮອງຈາກຫວາຍທຸນ ແລະ ຫວາຍຕະບອງ

ການປະກອບສ່ວນ