ຍຳໜັງຄວາຍ

Andy Souvanhphukdee
ຍຳໜັງຄວາຍແຊບໆ ໃສ່ໝາກປີ
ເຮືອນຄົວລາວ
Phakhaolao.la
Phakhaolao. la

ສ່ວນປະສົມ

  • ໜັງ ຄວາຍຕົ້ມສຸກ
  • ໝາກປີ 1 ໜ່ວຍນ້ອຍ
  • ໝາກເຂືອ 5 ໜ່ວຍ
  • ຜັກໜອກ 1 ຖ້ວຍ
  • ເກືອ 1 ບ່ວງຊາ
  • ນ້ຳປາ 1 ບ່ວງແກງ
  • ເຂົ້າຂົ້ວ 2 ບ່ວງແກງ
  • ໝາກນາວ 2 ໜ່ວຍ
  • ໝາກເຜັດ 5-8 ໜ່ວຍ
  • ຜັກຫອມປ້ອມ

ວິທີປຸງແຕ່ງ

  1. ຊອຍໝາກປີ ໃສ່ນ້ຳປະສົມໝາກນາວ ເພື່ອບໍ່ໃຫ້ໝາກປີດຳ
  2. ປັ້ນນ້ຳອອກຈາກໝາກປີໃຫ້ໝົດ
  3. ຊອຍໜັງ, ໝາກເຂືອ, ຜັກໜອກ ແລະ ໝາກເຜັດ ໃຫ້ເປັນຕ່ອນນ້ອຍໆ
  4. ໃສ່ໜັງ, ໝາກປີ, ໝາກເຂືອ ແລະ ຜັກໜອກ ລົງໃນຖ້ວຍ
  5. ປຸງລົດດ້ວຍເກືອ, ນ້ຳປາ, ເຂົ້າຂົ້ວ, ໝາກນາວ ແລະ ໝາກເຜັດ, ແລ້ວຄົນທຸກຢ່າງໃຫ້ເຂົ້າກັນ
  6. ຊິມ ແລະ ເພີ່ມລົດຊາດຕາມຕ້ອງການ
     
ການປະກອບສ່ວນ