ດອງໝາກນາວ

Andy Souvanhphukdee
ດອງໝາກນາວ ເມນູທຳມະດາເຮັດໄດ້ສະດວກສະບາຍ ພຽງແຕ່ມີໝາກນາວ ແລະ ເກືອເທົ່ານັ້ນ
ເຮືອນຄົວລາວ
https://www.youtube.com/channel/UC8_8BDv-Sbmq_tRC2WsgxBw
Monica True Photography

ເຄື່ອງປະກອບ
  •  ໝາກນາວ ສົດ (ດິບ) 20 ໜ່ວຍ
  •  ນໍ້າຕານ 500 g
  •  ນ້ຳສະອາດ 1 L
  •  ເກືອ 100 g
  •  ພາຊະນະ ຫຼື ໂຖແກ້ວ ທີ່ມີຝາ, ລ້າງໃຫ້ສະອາດ (ເພື່ອໃຊ້ສຳລັບດອງ)

ວິທີປຸງແຕ່ງ
  1.  ເລືອກເອົາແຕ່ໝາກນາວທີ່ໜ່ວຍສົດ, ຂູດເອົາຜິວສີຂຽວໆອອກໃຫ້ໝົດ, ລ້າງນ້ຳໃຫ້ສະອາດ ແລ້ວນຳໄປໜຶ້ງ ປະມານ 15 ນາທີ, ປະໄວ້ໃຫ້ເຢັນ
  2.  ປະສົມນ້ຳຕານ, ເກືອ, ນ້ຳສະອາດ ໃສ່ໃນໝໍ້ ນຳໄປຕົ້ມໃຫ້ລະລາຍ ປະໄວ້ໃຫ້ເຢັນ (ເພື່ອໃຊ້ເປັນນ້ຳດອງ)
  3.  ບັນຈຸໝາກນາວທີ່ກຽມໄວ້ ໃສ່ໃນໂຖແກ້ວ ຫຼື ພາຊະນະທີ່ສະອາດ. ຈາກນັ້ນ ຖອກນ້ຳດອງໃສ່ໃຫ້ຖ້ວມ, ສານໄມ້ມາຄັດໝາກນາວໄວ້ເພື່ອໃຫ້ໝາກນາວຈົມນ້ຳແລ້ວປິດຝາໄວ້ໃຫ້ແໜ້ນ, ປະໄວ້ປະມານ 25-30 ວັນ ກໍ່ສາມາດນຳມາປະກອບອາຫານໄດ້

ສິ່ງທີ່ຄວນເອົາໃຈໃສ່
  •  ກ່ອນຈະດອງຕ້ອງຂູດຜິວໝາກນາວສີຂຽວ ອອກໃຫ້ໝົດ, (ຂູດຈົນນ້ຳມັນເປືອກໝາກນາວອອກໝົດ) ລ້າງນ້ຳໃຫ້ສະອາດ ແລ້ວເອົາໄປ ໜຶ້ງ ຫຼື ຕາກແດດໃຫ້ແຫ້ງກ່ອນ ຈຶ່ງນຳມາດອງ (ຖ້າບໍ່ຂູດ ຜິວໝາກນາວອອກ ຈະເຮັດໃຫ້ໝາກນາວດອງມີກິ່ນຂິວ,ຂົມ ແລະ ບໍ່ແຊບ ເວລານຳມາປະກອບອາຫານ)
  •  ຖ້າບໍ່ຕ້ອງການເຮັດໃຫ້ໝາກນາວດອງມີລົດຫວານ ກໍ່ບໍ່ຈຳເປັນໃສ່ນ້ຳຕານ

ຂໍ້ເພີ່ມເຕີມຈາກ ປຶ້ມອາຫານລາວ (ວິທີເຮັດອາຫານເກັບໄວ້ກິນດົນ)

ວີດີໂອຈາກ Boriville

ການປະກອບສ່ວນ