ຜັກຫອມປ້ອມ / Coriander

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Coriandrum sativum L. / Umbellferae
ຊື່ພ້ອງ
Coriandrum sativum var. afghanicum Stolet.
Coriandrum sativum var. africanum Stolet.
Coriandrum sativum var. anatolicum Stolet.
Coriandrum sativum var. arabicum Stolet.
Coriandrum sativum subsp. asiaticum Stolet.
Coriandrum sativum var. asiaticum Stolet.
Coriandrum sativum subsp. indicum Stolet.
Coriandrum sativum var. indicum Stolet.
Coriandrum sativum var. microcarpum DC.
Coriandrum sativum var. pygmaeum Stolet.
Coriandrum sativum subsp. vavilovii Stolet.
Coriandrum sativum var. vavilovii Stolet.
ຊື່ອື່ນ
ລາວ: ຜັກຫ້ອມປ້ອມ
ໄທ: ຜັກຊີ, ຜັກຫອມປ້ອມ, ຜັກຫອມຜອມ, ຜັກຫອມນ້ອຍ, ຜັກຫອມ
ພາສາອັງກິດ: Coriander
ບັນຍາຍລັກສະນະພືດສາດ

ຜັກຫອມປ້ອມເປັນພືດລົ້ມລຸກອາຍຸຍືນ 1-3 ປີ, ສູງ 50-60 ຊມ. ໃບປະສົມ, ຈັບແບບສະລັບ, ກ້ານໃບຍາວ 1-15 ຊມ, ໃບປະກອບດ້ວຍໃບຍ່ອຍເປັນຈຳນວນຫຼາຍຂະໜາດ ແລະ ຮູບຮ່າງແຕກຕ່າງກັນ ບາງຄັ້ງເຫັນໃບຍ່ອຍເປັນຮູບເກືອບກົມ, ຂອບໃບແຂ້ວວ້ຳ, ບາງຄັ້ງຂອບໃບຍິກເປັນຝອຍລະອຽດ ແລະ ຈີກເຂົ້າຫາກາງໃບ, ໃບຍ່ອຍຂະໜາດ 1-2.5 ຊມ, ຍິກເປັນຝອຍລະອຽດ. ດອກອອກລວມກັນເປັນຊໍ່ໃຫ່ຍ, ທີ່ປາຍຍອດ ຫຼື ມຸມກ້ານໃບ, ດອກຍ່ອຍມີຂະໜາດ 1-4 ມມ, ມີສີຂາວ ຫຼື ຂາວປົນສີບົວ. ໝາກຮູບຮີ ຫຼື ຄ່ອນຂ້າງກົມມີຂະໜາດ 2-3 ມມ. ແກ່ນ ເມື່ອແກ່ຈັດເປັນສີເຫຼືອງອົມນໍ້າຕານ ແຕກໄດ້ເປັນ 3 ຊີກ ພາຍໃນມີ 3 ແກ່ນ, ທຸກສ່ວນມີກິ່ນຫອມ.

ບັນຍາຍການນຳໃຊ້

ຜັກຫອມປ້ອມ ມີສັບພະຄຸນຊ່ວຍຍ່ອຍອາຫານ ເຮັດໃຫ້ບໍ່ເປັນພະຍາດທ້ອງອືດ, ທ້ອງເຟີ, ແກ້ປວດທ້ອງ. ແກ່ນມີລົດຂົມຫວານຝາດຫອມ, ຊ່ວຍແກ້ພິດຕານຊາງ, ແກ້ກະຫາຍນໍ້າ, ແກ້ອາການປວດຮາກ, ຂັບລົມໃນລໍາໄສ້, ແກ້ສະເອິ, ແກ້ເຈັບຕາ, ແກ້ລົມວິນວຽນ, ກະທຸ້ງພິດໄຂ້,  ອີ່ສຸກອີ່ໃສດຳແດງ, ຮັບປະທານບໍາລຸງກະເພາອາຫານ, ຊ່ວຍຈະເລີນອາຫານ, ແກ້ບິດຖ່າຍເປັນເລືອດ, ຂົ້ວບົດປະສົມເຫລົ້າຮັບປະທານແກ້ລິດສະດວງທະວານມີເລືອດອອກ, ຕົ້ມເອົານໍ້າບວນປາກແກ້ເຈັບແຂ້ວ, ເຈັບໃນປາກຄໍ. ທັງຕົ້ນ ຂັບເຫື່ອ, ຂັບພິດເຫື່ອຫັດ, ອີ່ສຸກ, ອີ່ໃສ, ດຳແດງ, ຂັບລົມ ຈະເລີນອາຫານ, ແກ້ທ້ອງອືດທ້ອງເຟີ້, ຂັບເສມຫະ, ດັບກິ່ນຄາວ, ພອກທາແກ້ພືນຄັນ, ແກ້ໄຟລາມທຸ່ງ, ແກ້ປວດຫົວ, ຕົ້ມດື່ມແກ້ໄອຫວັດ, ອາຫານເປັນພິດ, ແກ້ສະເອີ. ຮາກ ມີລົດຫວານເຢັນ, ກະທຸ່ງພິດໄຂ້, ອີ່ສຸກອີ່ໃສ. ນອກຈາກນັ້ນທັງຕົ້ນ, ໃບ ຍັງຮັບປະທານເປັນຜັກ ແລະ ໃຊ້ຕົກແຕ່ງອາຫານ, ຮາກ ແລະ ແກ່ນມີລົດຝາດຫອມ ໃຊ້ເປັນເຄື່ອງເທດ.

ການປະກອບສ່ວນ