ໝາກເຜັດຂີ້ໜູ / Bird Pepper

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Capsicum annuum L. / Solanaceae
ຊື່ພ້ອງ
Capsicum annuum var. abbreviata Fingerh.
Capsicum annuum var. abbreviatum Fingerh.
Capsicum annuum var. acuminatum Fingerh.
Capsicum annuum var. annuum
Capsicum annuum var. aviculare (Dierb.) D'Arcy & Eschbaugh
Capsicum annuum var. baccatum (L.) Kuntze
Capsicum annuum subsp. baccatum (L.) Terpó
Capsicum annuum var. cerasiforme (Mill.) Irish
Capsicum annuum f. chlorocarpum Kuntze
Capsicum annuum var. conicum (G.Mey.) Voss
Capsicum annuum var. conoides (Mill.) Irish
Capsicum annuum var. cordiforme Edwall
Capsicum annuum f. erectum Makino
Capsicum annuum var. fasciculatum (Sturtev.) Irish
Capsicum annuum var. frutescens (L.) Kuntze
Capsicum annuum var. glabriusculum (Dunal) Heiser & Pickersgill
Capsicum annuum var. globiferum (G.Mey.) Voss
Capsicum annuum var. grossum (Willd.) Sendtn.
Capsicum annuum f. leucocarpum Kuntze
Capsicum annuum var. longum (DC.) Sendtn.
Capsicum annuum f. luteum Kuntze
Capsicum annuum subsp. microcarpon Dierb.
Capsicum annuum var. microcarpum (Cav.) Voss
Capsicum annuum var. minimum (Mill.) Heiser
Capsicum annuum var. minus (Fingerh.) Shinners
Capsicum annuum f. nigrum Makino
Capsicum annuum var. oblongoconicum (Dunal) Cufod.
Capsicum annuum var. parvoacuminatum Makino
Capsicum annuum f. pendulum Makino
Capsicum annuum f. violaceum Kuntze
Capsicum annuum var. violaceum Voss
ຊື່ອື່ນ
ລາວ: ໝາກເຜັດຂີ້ໜູ.
ໄທ: ພຣິກຂີ້ໜູ, ພຣິກແດ້, ພຣິກແຕ້, ພຣິກນົກ, ພຣິກແຈວ, ພຣິກນ້ຳໝ່ຽງ
ຈີນ: ລົວເຈ່ຍ, ລ່າຈຽວ, ມືຊ່າຊີຊູ, ມືສ່າໂພ.
ບັນຍາຍລັກສະນະພືດສາດ

ເປັນພືດໄມ້ລົ້ມລຸກ ຫຼື ໄມ້ຟຸ່ມຂະໜາດນ້ອຍທີ່ມີຄວາມສູງຂອງຕົ້ນປະມານ 30–90 ຊັງຕີແມັດ, ມີອາຍຸປະມານ 1–3 ປີ. ແຕກກິ່ງກ້ານສາຂາຫຼາຍ, ກິ່ງອ່ອນເປັນສີຂຽວ, ເມື່ອແກ່ຈະປ່ຽນເປັນສີນ້ຳຕານ. ໃບດ່ຽວຈັບລຽງສະຫຼັບກົງກັນຂ້າມກັນ ລັກສະນະຂອງໃບເປັນຮູບໄຂ່ ຫຼື ຮູບກົມຮຽວ, ປາຍໃບແຫຼມ, ຂອບໃບລຽບ, ໃບມີກວ້າງ 2–4 ຊັງຕີແມັດ ແລະ ຍາວ 3–8 ຊັງຕີແມັດ, ແຜ່ນໃບລຽບເປັນຂຽວມັນເງົາ, ກ້ານໃບຍາວ 4–7 ຊັງຕີແມັດ. ດອກເປັນຊໍ່ເປັນຈຸກຕາມຊອກໃບ, ຊໍ່ລະປະມານ 2–3 ດອກ ມີກີບດອກປະມານ 5–7 ກີບ, ກີບດອກເປັນສີຂາວສີເຫຼືອງອ່ອນອົມຂຽວ ຫຼື ສີຂຽວອ່ອນ. ເກສອນເພດຜູ້ຈະມີຢູ່ປະມານ 5 ອັນ ໂດຍຂະຂື້ນສະຫຼັບກັບກີບດອກ ສ່ວນເກສອນເພດແມ່ຈະມີຢູ່ 1 ອັນ ແລະ ມີເຕົ້າໄຂ່ 2–3 ຫ້ອງ. ໝາກຮູບຮີ-ຮູບຂອບຂະໜານ, ປາຍໝາກແຫຼມ, ມີຂະໜາດກວ້າງ 3–5 ມີນລີແມັດ ແລະ ຍາວ 2–3 ຊັງຕີແມັດ. ໝາກສົດສີຂຽວເມື່ອສຸກແລ້ວຈະປ່ຽນເປັນສີສົ້ມແດງ ຫຼື ເປັນສີແດງປົນສີນ້ຳຕານ.

ບັນຍາຍການນຳໃຊ້

ການຮັບປະທານໝາກເຜັດຂີ້ໜູເປັນປະຈຳຈະຊ່ວຍຫຼຸດການອຸດຕັນຂອງຫຼອດເລືອດຊື່ງເປັນສາເຫດສຳຄັນຂອງການເກີດພະຍາດຫົວໃຈລົ້ມເຫຼວ ຫຼື ອາດເສຍຊີວິດຈາກຫຼອດເລືອດທີ່ໄປລ້ຽງສະໝອງອຸດຕັນເພາະຊ່ວຍເຮັດໃຫ້ການໄຫຼວຽນຂອງເລືອດດີຂື້ນ, ຫຼຸດຄວາມດັນ ເນື່ອງຈາກສານຈຳພວກເບຕ້າແຄໂລທີນ ແລະ ວິຕາມີນຊີຈະຊ່ວຍເສີມສ້າງເຈັ້ຍໜັງຫຼອດເລືອດໃຫ້ແຂງແຮງເພີ່ມການຢືດຫົດຕົວຂອງເຈ້ຍໜັງຫຼອດເລືອດເຮັດໃຫ້ປັບເຂົ້າກັບແຮງດັນໃນລະດັບຕ່າງໆໄດ້ດີຍິ່ງຂື້ນ. ຊ່ວຍເຮັດໃຫ້ອາລົມແຈ່ມໃສໂດຍສານ Capsaicin ທີ່ມີຢູ່ໃນໝາກເຜັດຂີ້ໜູຈະຊ່ວຍສົ່ງສັນຍານໃຫ້ຕ່ອມສະໝອງສ້າງສານ Endorphin ຊື່ງຈະອອກລິດຄ້າຍຄືກັບມໍຟີນ ຄື ຊ່ວຍບັນເທົາອາການເຈັບປວດ ແລະ ເຮັດໃຫ້ອາລົມແຈ່ມໃສ. ຊ່ວຍຫຼຸດຄວາມສ່ຽງຂອງການເກີດພະຍາດມະເຮັງ ແລະ ຕ້ານອະນຸມູນອິດສະຫຼະໃນຮ່າງກາຍໄດ້ເນື່ອງຈາກເປັນພືດທີ່ມີວີຕາມີນຊີສູງ ການໄດ້ຮັບວິຕາມີນຊີຫຼາຍໆຈະຊ່ວຍປ້ອງກັນການເກີດພະຍາດມະເຮັງໄດ້. ເນື່ອງຈາກວິຕາມີນຊີຈະໄປຊ່ວຍຢັບຢັ້ງການສ້າງສານໄນໂຕຼຊາມີນຊື່ງເປັນສານກໍ່ມະເຮັງໃນລະບົບທາງເດີນອາຫານ, ຊ່ວຍເສີມສ້າງຄໍລາເຈນຊື່ງເປັນໂປຣຕີນທີ່ສາມາດຢຸດການແຜ່ກະຈາຍຂອງຈຸລັງຮ້າຍໄດ້. ນອກຈາກນີ້ວິຕາມີນຊີຍັງເປັນສານຕ້ານອະນຸມູນອິດສະຫຼະທີ່ຈະກໍ່ໃຫ້ເກີດການກາຍພັນຂອງຈຸລັງ ແລະ ສານເບຕ້າແຄໂລທີນໃນໝາກເຜັດຂີ້ໜູຍັງຫຼຸດອັດຕາສ່ຽງຂອງການເກີດພະຍາດມະເຮັງປອດ ແລະ ມະເຮັງໃນຊ່ອງປາກ, ຊ່ວຍຫຼຸດອັດຕາການກາຍພັນຂອງຈຸລັງ ແລະ ຊ່ວຍທຳລາຍຈຸລັງມະເຮັງ.

ການປະກອບສ່ວນ