ການປູກກ້ວຍ

Soulivanh BOUNTHAMMY
ກ້ວຍມີສັບພະຄູນຫຼາຍຢ່າງ ແລະ ປູກງ່າຍ, ສາມາດປູກໄດ້ອ້ອມເຮືອນໄວ້ກີນ ຫຼື ປູກເປັນສວນເພື່ອສົ່ງຂາຍ
ແນະນຳວິທີເຮັດ
https://www.matichon.co.th/publicize/news_939573
www.matichon.co.th

ການກະກຽມດິນ: ດິນທີ່ເໝາະສໍາລັບການປູກກ້ວຍແມ່ນດິນຜຸຜູ່ຍທົ່ວໄປຫາກດິນບ່ອນທີ່ຈະປູກກ້ວຍເປັນດິນໜຽວຄວນເອົາຝຸ່ນຄອກໃສ່ໃນຂຸມກ້ວຍກ່ອນປູກ. 
ການປູກ: ຂຸດຂຸມໃຫ້ມີຂະໜາດ 50x50x50 ຊມ ເອົາດິນທີ່ຂຸດຂຶ້ນຕາກແດດໄວ້ປະມານ 5-7 ມື້, ຫຼັງຈາກນັ້ນເອົາດິນຊັ້ນເທິງລົງກົ້ນຂຸມ, ໃສ່ຝຸ່ນຄອກ ຫຼື ຝຸ່ນໝັກໃຫ້ສູງປະມານ 20 ຊມ ຄົນຝຸ່ນຄອກ ຫຼື ຝຸ່ນໝັກປົນກັບດິນແລ້ວຈຶ່ງເອົາໜໍ່ກ້ວຍວາງລົງກາງຂຸມເອົາດິນຖົມໃຫ້ແໜ້ນແລ້ວຫົດນ້ໍາໃຫ້ຊຸ່ມ.
ການບົວລະບັດຮັກສາ: ເມື່ອຕົ້ນກ້ວຍມີອາຍຸໄດ້ 4-6 ເດືອນ ຈະເລີ່ມມີການແຕກໜໍ່, ໜໍ່ທີ່ເກີດໃໜ່ເອີ້ນວ່າໜໍ່ຕາມ (follower) ກ້ວຍບາງຊະນິດມີໜໍ່ຫຼາຍເຮົາຄວນຕັດຖິ້ມເພື່ອບໍ່ໃຫ້ຍາດອາຫານຈາກຕົ້ນແມ່, ຄວນຮັກສາໄວ້ 1-2 ໜໍ່ ການເຮັດແບບນີ້ແມ່ນເພື່ອໃຫ້ຕົ້ນແມ່ມີໝາກດົກ, ນອກຈາກກໍາຈັດໜໍ່ແລ້ວເຮົາຄວນຕັດໃບທີ່ແຫ້ງອອກ ເພາະປະໄວ້ອາດເປັນບ່ອນສະສົມເຊື້ອໂລກ, ໃນ 1 ຕົ້ນຄວນເກັບໃບ (ທວນ) ໄວ້ປະມານ 9-12 ໃບ (ທວນ). 
ການໃສ່ຝຸ່ນ: ກ້ວຍເປັນພືດທີ່ຕ້ອງການທາດອາຫານຫຼາຍ, ການໃຫ້ໝາກຈະຫຼາຍ ຫຼື ໜ້ອຍແມ່ນຂຶ້ນຢູ່ກັບອາຫານ ແລະ ນ້ໍາທີ່ໄດ້ຮັບ. ດັ່ງນັ້ນ, ຄວນບໍາລຸງດ້ວຍການໃສ່ຝຸ່ນຄອກ ຫຼື ຝຸ່ນຊີວະພາບ.
ການຄໍ້າຕົ້ນກ້ວຍ: ກ້ວຍບາງພັນມີໝາກດົກ, ຫວີຫຼາຍ ແລະ ໃຫຍ່ເຮົາຄວນໃຊ້ໄມ້ທີ່ເປັນງ່າມຄໍາໄວ້. 
ການຫຸ້ມກ້ວຍ: ການປູກກ້ວຍໃນບ້ານເຮົາສ່ວນຫຼາຍເພິ່ນຈະບໍ່ນິຍົມໃຊ້ຖົງມາຫຸ້ມຫໍ່ເຄືອກ້ວຍ ແຕ່ຫາກຈໍາເປັນເຮົາຄວນໃຊ້ຖົງ ຫຼື ໄຖ່ປ່ານມາປົກຫຸ້ມເຄືອກ້ວຍໄວ້ເພື່ອປ້ອງກັນແມງໄມ້ ແລະ ພະຍາດໃຫ້ແກ່ກ້ວຍ.
ການເກັບກ່ຽວ: ໄລຍະການອອກດອກ ແລະ ການເກັບກ່ຽວຂອງກ້ວຍແຕ່ລະຊະນິດແມ່ນມີຄວາມແຕກຕ່າງກັນ.
ການເກັບຮັກສາໄວ້ກິນຍາວນານ: ເຮັດກ້ວຍອົບເນີຍ, ກ້ວຍສາບ, ເຮັດແປ້ງ, ນ້ໍາໝາກກ້ວຍ ຫຼື ນ້ໍາໝາກໄມ້, ເຂົ້າກຽບກ້ວຍ, ກ້ວຍກວນ, ກ້ວຍຕາກ ແລະ ອື່ນໆ.

ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ

ການປະກອບສ່ວນ