ຕົ້ນໝາກເຂືອຂື່ນ / Cock Roach Berry

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Solanum aculeatissimum Jacq. / Solanaceae
ຊື່ພ້ອງ
Solanum cavaleriei H. Lév. & Vaniot
Solanum khasianum C.B. Clarke
ຊື່ອື່ນ
ລາວ: ຕົ້ນໝາກເຂືອຂື່ນ
ໄທ: ມະເຂື່ອຂື່ນ, ມະເຂືອແຈ້ດິນ, ມະເຂືອເປຣາະ
ບັນຍາຍລັກສະນະພືດສາດ

ເປັນໄມ້ລົ້ມລຸກ, ກີ່ງໄມ້ຟຸ່ມຂະໜາດນ້ອຍ, ມີຄວາມສູງຂອງລຳຕົ້ນປະມານ 1–2 ແມັດ. ໃບ: ເປັນໃບດ່ຽວອອກລຽງສະຫຼັບ, ລັກສະນະຂອງໃບມີຫຼາຍຮູບຮ່າງ, ແຜ່ນໃບຮູບໄຂ່, ປາຍໃບແຫຼມ ຫຼື ມົນ, ໂຄນໃບເປັນຮູບຫົວໃຈ, ຖານໃບທັງສອງດ້ານຈະເຍື້ອງກັນເລັກນ້ອຍ, ຫຼັງໃບເປັນສີຂຽວ, ສ່ວນພື້ນໃບລຽບເປັນມັນ, ແຜ່ນໃບມີຮູບດາວທັງສອງດ້ານມີໜາມແຫຼມຕາມເສັ້ນກາງໃບ, ກ້ານໃບປ້ອມສັ້ນ ປະມານ 3–7 ຊັງຕີແມັດ ແລະ ອາດຈະພົບໜາມຕາມກ້ານໃບ. ດອກເປັນຊໍ່ສັ້ນມີດອກຍ່ອຍປະມານ 4–6 ດອກ ຫຼື ອອກດອກດ່ຽວຕາມຊອກໃບ, ກ້ານຊໍ່ຍາວປະມານ 1 ຊັງຕີແມັດ, ກ້ານດອກຍ່ອຍຍາວປະມານ 0.5–1 ຊັງຕີແມັດ, ມີຂົນຫ່າງຍາວ, ກີບດອກມີ 5 ກີບ, ກີບເປັນສີມ່ວງ, ໂຄນກີບດອກເຊື່ອມຕິດກັນເປັນຮູບຮວຍສັ້ນ, ສ່ວນປາຍແຍກເປັນ 5 ແສກ. ໝາກເປັນຮູບຊົງກົມມີຂະໜາດເສັ້ນຜ່າສູນກາງປະມານ 2–3 ຊັງຕີແມັດ, ຜີວໝາກລຽບເປັນມັນ, ເປືອກໜຽວ, ໝາກອ່ອນຜີວຈະລຽບມື່ນເປັນສີຂຽວເຂັ້ມມີລາຍຂາວແຊກ, ເມື່ອສຸກແລ້ວຈະເປັນສີເຫຼືອງສົດຊັ້ນເນື້ອໝາກບາງມີສີຂຽວອ່ອນອົມສີເຫຼືອງໄສ, ໝາກເຂືອຂື່ນມີກີ່ນສະເພາະໂດຍຈະມີຣົດຂື່ນ.

ບັນຍາຍການນຳໃຊ້

ໝາກເຂືອຂື່ນອຸດົມໄປດ້ວຍວິຕາມີນ ແລະ ແຮ່ທາດຫຼາຍຊະນິດໂດຍຄຸນຄ່າທາງໂພສະນາການຂອງໝາກເຂືອຂື່ນຕໍ່ 100 ກຼາມ ຈະປະກອບໄປດ້ວຍວິຕາມີນຊີ 63 ມິນລີກຼາມ, ແຄລຊຽມ 55 ມີນລີກຼາມ, ຟົດສະຟໍຣັດ 22 ມີນລີກຼາມ, ສານສຳຄັນໃນໝາກເຂືອຂື່ນຄື: ສານອັລຄາລອຍຕ່າງໆ ໃນທາງການຢາຈະໃຊ້ສານດັ່ງກ່າວເປັນສ່ວນປະກອບໃນຕຳລັບຢາຫຼາຍຊະນິດເຊັ່ນ: ຢາບຳລຸງກຳລັງ, ຢາແກ້ຂີ້ກະເທິ, ແກ້ຕາຕໍ້, ແກ້ໄຂ້, ຮັກສາແຜເປັນ ແລະ ຫືດ ເປັນຕົ້ນ. ໃບສົດໃຊ້ພາຍນອກນຳມາຕຳໂພະແກ້ພິດ, ແກ້ຝີໜອງ.

ການປະກອບສ່ວນ