ເຕັກນິກການປູກໝາກເຂືອຍາວໃນເຂດພື້ນທີ່ແຫ້ງແລ້ງ ແລະ ນໍ້າຖ້ວມ

Soulivanh BOUNTHAMMY
ເຕັກນິກທີ່ໜ້າຮູ້ສໍາຫຼັບການປູກໝາກເຂືອ ໃນເຂດພື່ນທີ່ແຫ້ງແລ້ງ ແລະ ນໍ້າຖ້ວມ
ແນະນຳວິທີເຮັດ
https://www.google.com/search?q=%E0%B8%81%E0%B8%B2%E0%B8%A3%E0%B8%9B%E0%B8%A5%E0%B8%B9%E0%B8%81%E0%B8%A1%E0%B8%B0%E0%B9%80%E0%B8%82%E0%B8%B7%E0%B8%AD%E0%B8%A2%E0%B8%B2%E0%B8%A7&source=lnms&tbm=isch&sa=X&ved=0ahUKEwjMvpmmlLHkAhWSFIgKHT99BXMQ_AUIEigC&biw=1280&bih=610#imgrc=UFFhgTBF73jv7M:
exceltut.com

ເຕັກນິກການປູກໝາກເຂືອຍາວໃນເຂດພື້ນທີ່ນໍ້າຖ້ວມ
ການກຽມດິນປູກ

   ຂຸດ ຫຼື ໄຖດິນເລິກປະມານ 25-30 ຊມ, ຕາກແດດໄວ້ປະມານ 10-14 ມື້, ຫວ່ານຝຸ່ນຄອກ ຫຼື ຝຸ່ນບົ່ມທີ່ສະລາຍຕົວແລ້ວໃນອັດຕາ 2-4 ໂຕນຕໍ່ໄລ່, ຄາດດິນໃຫ້ລະອຽດເກັບເສດຫຍ້າອອກໃຫ້ໝົດຍົກເປັນໜານໃຫ້ກວ້າງປະມານ 1.2 ມ, ສ່ວນຄວາມຍາວຂຶ້ນກັບຄວາມເໝາະສົມຂອງພື້ນທີ່ຍົກສູງປະມານ 25-30 ຊມ ຫຼື ອາດສູງເຖິງ 50 ຊມ, ຫາກພື້ນທີ່ລະບາຍນໍ້າຍາກ ແລະ ຈົ່ງຮອງລະບາຍນໍ້າກວ້າງປະມານ 50 ຊມ.

ການຄຸມໜານປູກ
   ຫຼັັງຈາກຍົກໜານສໍາເລັດແລ້ວແມ່ນຈະໄດ້ນໍາເອົາຜ້າຢາງປຣາສະຕິກດໍາ, ເຟືອງເຂົ້າ, ຫຍ້າແຫ້ງ, ໃບໄມ້ແຫ້ງ ຫຼື ອຶ່ນໆ ປົກຄຸມໜານປູກເພື່ອຮັກສາຄວາມຊຸມຂອງດິນ, ປ້ອງກັນການເຊາະລ້າງຂອງດິນ, ການເກີດຫຍ້າ ແລະ ຮັກສາໂຄ້ງສ້າງຂອງດິນ.

ການປູກ
   ມີອາຍຸໄດ້ປະມານ 25-30 ມື້ ຫຼື ມີໃບຈິງ 3-4 ໃບ ກໍ່ສາມາດຍ້າຍປູກໄດ້, ການປູກຄວນປູກໃນເວລາແດດອ່ອນຕອນບ່າຍຫາຄໍ່າ, ໄລຍະປູກທີ່ເໝາະສົມແມ່ນໃຊ້ໄລຍະຫ່າງລະຫວ່າງຕົ້ນ 50 ຊມ ລະຫວ່າງ 100 ຊມ.

ການບົວລະບັດຮັກສາ
  ການໃສ່ຝຸ່ນ: ຫຼັງຈາກຍ້າຍປູກໄດ້ປະມານ 7-10 ມື້, ຈະຕ້ອງເລີ່ມສີດພົ່ນນໍ້າຊີວະພາບທຸກໆ 5-7 ມື້ຕໍ່ຄັ້ງ ແລະ ເມື່ອພືດເລີ່ມອອກດອກໃຫ້ສີດພົ່ນນໍ້າຊີວະພາບ, ສູດບໍາລຸງດອກທຸກຄັ້ງທີ່ມີການສີດພົ່ນ.
  ການຫົດນໍ້າ: ຄວນຫົດຢ່າງພຽງພໍ ແລະ ສະໝໍ່າສະເໝີແຕ່ຢ່າໃຫ້ຫຼາຍຈົນເກີນໄປ, ໂດຍສັງເກດຈາກຄວາມຊຸ່ມຂອງດິນໃນໜານປູກ.
  ການເສຍຫຍ້າ: ຄວນປະຕິບັດເປັນປະຈໍາຫາກເຫັນວ່າມີຫຍ້າເກີດຂຶ້ນໂດຍສະເພາະແມ່ນໄລຍະທໍາອິດການເສຍຫຍ້າເປັນການພວນດິນໄປໃນໂຕ ແລະ ຊ່ວຍຫຼຸດຜ່ອນການຍາດແຍງທາດອາຫານຂອງພືດພ້ອມທັງເປັນການທໍາລາຍບ່ອນລີ້ຊ້ອນຂອງພະຍາດ ແລະ ໄມ້ສັດຕູພືດອີກດ້ວຍ.
ການເກັບກ່ຽວ
    ໝາກເຂືອຍາວຈະສາມາດເກັບກ່ຽວຜົນຜະລິດໄດ້ເມື່ອອາຍຸໄດ້ປະມານ 60-80 ມື້ ຫຼັງຍ້າຍປູກ.


ເຕັກນິກການປູກໝາກເຂືອຍາວໃນເຂດພື້ນທີ່ແຫ້ງແລ້ງ
ການກຽມໂຮງເຮືອນ

   ນໍາເອົາໄມ້ຈິງທີ່ມີຄວາມຍາວປະມານ 2.5-3 ມ, ມາຕັ້ງເປັນຮູບສີແຈໃຫ້ມີຄວາມກວ້າງປະມານ 8-10 ມ, ສ່ວນຄວາມຍາວຂຶ້ນກັບຄວາມເໝາະສົມຂອງພື້ນທີ່, ໄລຍະຫ່າງລະຫວ່າງເສົາກັບເສົາປະມານ 2-3 ມ, ຈາກນັ້ນກໍ່ນໍາເອົາໄມ້ໄຜ່ມາມັດເປັນຮາວປົກດ້ວຍຕາໜາງໃຫ້ເປັນຮ້ານ ຫຼື ໃຊ້ໄມ້ມາສານເປັນຕາໜ່າງປົກກໍ່ໄດ້ສວນຮູບແບບຂອງຫຼັງຄາແມ່ນສາມາດເຮັດໄດ້ຫຼາຍແບບເຊັ່ນ: ແບບສາມແຈ, ແບບເຄິ່ງວົງມົນ ຫຼື ແບບພຽງຂຶ້ນກັບຄວາມສະດວກ, ຈາກນັ້ນກໍ່ນໍາເອົາພືດຜັກຈໍາພວກເປັນເຄືອເຊັ່ນ: ໝາກ, ໝາກນອຍ, ໝາກນໍ້າ, ໝາກຊູ ແລະ ອຶ່ນໆ ມາປູກໃສ່ຂ້າເສົາແຕ່ລະຕົ້ນ, ເພື່ອໃຫ້ເປັນຫົ່ມສາມາດກັນແສງແດດໄດ້ປະມານ 40-50% ດັ່ງນັ້ນຈຶ່ງບໍ່ຄວນປູກໃຫ້ໜາແໜ້ນຈົນເກີນໄປ ແລະ ຫາກເຫັນວ່າມີຄວາມໜາແໜ້ນຈໍາເປັນຕ້ອງໄດ້ມີການຕັດແຕງອອກຢ່າງເປັນປະຈໍາ.

ການກຽມດິນປູກ
   ໃນການກຽມແປງປູກໝາກເຂືອຍາວໃນເຂດແຫ້ງແລ້ງ, ສາມາດເຮັດໄດ້ 2 ແບບຄື: ການກຽມແປງປູກແບບເປັນໜານ ແລະ ການກຽມແປງປູກໃສ່ວັດສະດຸ, ແຕ່ໃນກໍລະນີພື້ນທີ່ປູກມີຈໍາກັດການປູກໃສ່ວັດສະດຸຈະມີຄວາມເໝາະສົມກວ່າເພາະປູກໃສ່ພາສະນະຈະຊ່ວຍປະຢັດພື້ນທີ່ປູກໄດ້.
ການກະກຽມດິນປູກແບບໜານ
   ຂຸດ ຫຼື ໄຖດິນໃຫ້ເລິກປະມານ 25-30 ຊມ, ຕາກດິນໄວ້ປະມານ 7 ມື້, ຫວ່ານຝຸ່ນຄອກ ຫຼື ຝຸ່ນບົ່ມທີ່ສະລາຍຕົວແລ້ວໃນອັດຕາ 2-4 ໂຕນຕໍ່ໄລ່, ຄາດດິນໃຫ້ລະອຽດເກັບເສດຫຍ້າອອກໃຫ້ໝົດຍົກໜານກວ້າງປະມານ 1.2 ມ, ສ່ວນຄວາມຍາວຂຶ້ນກັບຄວາມເໝາະສົມຂອງພື້ນທີ່, ຍົກໃຫ້ສູງປະມານ 20-25 ຊມ, ຈົ່ງຮອງລະບາຍນໍ້າໃຫ້ກວ້າງປະມານ 50 ຊມ.

ການຄຸມໜານ
   ຫຼັງຈາກຍົກໜານສໍາເເລັດແລ້ວກໍ່ນໍາໃຊ້ຜ້າຢາງດໍາ, ເຟືອງເຂົ້າ, ຫຍ້າແຫ້ງ ຫຼື ໃບໄມ້ແຫ້ງປົກຄຸມໜານປູກເພື່ອຊ່ວຍຮັກສາຄວາມຊຸ່ມຂອງດິນ, ຮັກສາໂຄງສ່າງຂອງດິນ, ປ້ອງກັນການເຊາະລ້າງຂອງດິນ ແລະ ຊ່ວຍຫຼຸດຜ່ອນການເກີດຫຍ້າ.

ການກຽມດິນແບບໃສ່ວັດສະດຸ
   ນໍາເອົາວັດສະດຸຕ່າງໆມາເຊັ່ນວ່າ: ກະຕ່າ, ໂຖ, ຄຸ, ຖົງຢາງປຣາສະຕິກ ແລະ ອຶ່ນໆ, ຈາກນັ້ນກໍ່ນໍາເອົາດິນປູກຝັງ, ຝຸ່ນຄອກ ຫຼື ຝຸ່ນບົ່ມທີ່ຍ່ອຍສະລາຍດີແລ້ວໃນອັດຕາດິນ 3 ສ່ວນຕໍ່ຝຸ່ນ 1 ສ່ວນມາປະສົມເຂົ້າກັນແລ້ວຮ່າຍໃສ່ວັດສະດຸທີ່ກຽມຈາກກໍ່ນໍາໄປຕັ້ງ ຫຼື ລຽນໄວ້ໃນໂຮງເຮືອນຕາມຄວາມຕ້ອງການ.

ການປູກ
   ຫຼັງຈາກເບ້ຍມີອາຍຸໄດ້ປະມານ 25-30 ມື້ ຫຼື ມີໃບຈິງ 3-4 ໃບ ກໍ່ສາມາດປູກໄດ້, ການປູກໃນເວລາແດດອ່ອນຕອນບ່າຍຫາຄໍ່າ, ໄລຍະປູກທີ່ເໝາະສົມແມ່ນໃຊ້ໄລຍະຫ່າງລະຫວ່າງຕົ້ນ 50 ຊມ, ລະຫວ່າງແຖວ 100 ຊມ.
ການບົວລະບັດຮັກສາ
  ການຫົດນໍ້າ: ຄວນຫົດຢ່າງພຽງພໍ ແລະ ສິໝໍ່າສະເໝີແຕ່ຢ່າຫົດຫຼາຍຈົນເກີນໄປ, ໂດຍສັງເກດຈາກຄວາມຊຸ່ມຂອງດິນໃນໜານປູກ, ໃນອາທິດທໍາອິດທີ່ຍ້າຍປູກຄວນໃຫ້ມື້ລະຄັ້ງ, ຫຼັງຈາກນັ້ນຈຶ່ງຄອຍຫຼຸດລົງໃຫ້ເຫຼືອ 2-3 ຄັ້ງຕໍ່ອາທິດ, ທັງນີ້ແມ່ນຕ້ອງຂຶ້ນກັບຄວາມຊຸ່ມຂອງດິນ.
  ການໃສ່ຝຸ່ນ: ຫຼັງຍ້າຍປູກໄດ້ 25 ວັນ, ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມໃນອັດຕາ 2-4 ກິໂລກຼາມຕໍ່ຕາແມັດ ທຸກໆ 25 ມື້, ພ້ອມສີດພົ່ນຝຸ່ນນໍ້າຊີວະພາບທຸກໆ 5-7 ມື້, ເມື່ອໝາກເຂືອເລີ່ມອອກດອກໃຊ້ສີດພົ່ນນໍ້າຊີວະພາບສູດບໍາລຸງດອກທຸກໆ 5-7 ມື້.
  ການເສຍຫຍ້າ: ຄວນປະຕິບັດເປັນປະຈໍາຫາກເຫັນວ່າມີຫຍ້າເກີດຂຶ້ນໂດຍສະເພາະແມ່ນໄລຍະທໍາອິດ, ການເສຍຫຍ້າຈະເປັນການພວນດິນໄປໃນໂຕ ແລະ ຊ່ວຍຫຼຸດຜ່ອນການຍາດແຍງທາດອາຫານຂອງພືດພ້ອມທັງເປັນການທໍາລາຍບ່ອນລີ້ຊ້ອນຂອງພະຍາດ ແລະ ໄມ້ສັດຕູພືດອີກດ້ວຍ.
ການເກັບກ່ຽວ
   ໝາກເຂືືອຍາວຈະສາມາດເກັບກ່ຽວຜົນຜະລິດໄດ້ເມື່ອອາຍຸໄດ້ປະມານ 60-80 ມື້ ຫຼັງຈາກຍ້າຍປູກ.

ຄວາມແຕກຕ່າງລະຫວ່າງການປູກໃນເຂດພື້ນທີ່ແຫ້ງແລ້ງ ແລະ ນໍ້າຖ້ວມ: 
    - ພື້ນທີ່ແຫ້ງແລ້ງເຮົາຈະໄດ້ມີການເຮັດໂຮງເຮືອນໄວ້ເປັນບ່ອນສໍາຫຼັບການປູກ, ແຕ່ພື້ນທີ່ນໍ້າຖ້ວມບໍ່ຈໍາເປັນຕ້ອງເຮັດໂຮງເຮືອນ.
    - ພື້ນທີ່ແຫ້ງແລ້ງການກຽມດິນປູກສາມາດເຮັດໄດ້ 2 ແບບຄື: ການກຽມດິນປູກແບບເປັນໜານ ແລະ ການກຽມດິນປູກແບບໃສ່ວັດສະດຸ. ແຕ່ພື້ນທີ່ນໍ້າຖ້ວມສ່ວນໃຫຍ່ຈະປູກແບບເປັນໜານ.

ຂໍມູນຈາກ: ປື້ມຄູ່ມືສົ່ງເສີມເຕັກນິກກາານປູກໝາກເຂືອຍາວໃນເຂດພື້ນທີ່ແຫ້ງແລ້ງ ແລະ ນໍ້າຖ້ວມ. ກະຊວງກະສິກໍາ ແລະ ປ່າໄມ້

ການປະກອບສ່ວນ