ຜັກໜອກ / Asiatic pennywort

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Centella asiatica (L.) Urb./Apiaceae
ຊື່ພ້ອງ
Centella asiatica var. asiatica
Centella asiatica var. crista Makino
Centella boninensis Nakai ex Tuyama
Centella glochidiata (Benth.) Drude
Centella hirtella Nannf.
Centella tussilaginifolia (Baker) Domin
Centella ulugurensis (Engl.) Domin
Centella uniflora (Colenso) Nannf.
Chondrocarpus asiaticus Nutt.
Chondrocarpus triflorus Nutt.
Glyceria asiatica Nutt.
Glyceria triflora Nutt.
Hydrocotyle asiatica L.
Hydrocotyle asiatica var. floridana J.M.Coult. & Rose Unresolved
Hydrocotyle asiatica var. monantha F.Muell.
Hydrocotyle biflora P. Vell.
Hydrocotyle brasiliensis Scheidw. ex Otto & F. Dietr.
Hydrocotyle brevipedata St. Lager & St.-Lag.
Hydrocotyle dentata A.Rich.
Hydrocotyle ficarifolia Stokes
Hydrocotyle ficarioides Lam.
Hydrocotyle hebecarpa DC.
Hydrocotyle inaequipes DC.
Hydrocotyle lunata Lam.
Hydrocotyle lurida Hance
Hydrocotyle nummularioides A. Rich.
Hydrocotyle pallida DC.
Hydrocotyle reniformis Walter
Hydrocotyle repanda Pers.
Hydrocotyle sarmentosa Salisb.
Hydrocotyle sylvicola E. Jacob Cordemoy
Hydrocotyle thunbergiana Spreng.
Hydrocotyle triflora Ruiz & Pav.
Hydrocotyle tussilaginifolia Baker
Hydrocotyle uniflora Colenso
Hydrocotyle wightiana Wall.
Trisanthus cochinchinensis Lour.
ຊື່ອື່ນ
ໄທ: ບົວບົກ, ປະນາອີຄາໂດ, ຜັກແວ່ນ, ແວ່ນຄໍກີ, ຜັກໜອກ
ຫວຽດນາມ: ໂຣມາ, ຕິກຕູເຢັດທາວ
ກຳປູເຈຍ: ຕຣາຈຽກກຣານ
ມຽນມາ: ມິນກົວບິນ
ຈີນ: ຕຣັນກີກາວ
ອັງກິດ: Asiatic pennywort, indian pennywort, gotu-cola, tiger herbel, hydrocotyle, penny, white rot thick-leaved pennywort.
ບັນຍາຍລັກສະນະພືດສາດ

ຜັກໜອກເປັນພືດລົ້ມລຸກມີລຳຕົ້ນເປັນເຄືອຄວາມຍາວປະມານ 2.5 ແມັດ ເລືອໄປຕາມດິນໂດຍມີການແຕກກີ່ງກ້ານ ຈາກເຫງົ້າເດີມແລ້ວກໍ່ແຕກຍອດໃໝ່ຈາກຕຸ່ມທີ່ປົ່ງຮາກຕາມຂໍ້ຂອງມັນ. ໃບເກີດເປັນຈຸ້ມອ້ອມໃຈກາງ ເຮັດໃຫ້ ມີຊົງພຸ່ມມົນ ຂະໜາດໜ້າຕັດ 1-7 ຊມ. ຍາວ 2 -5 ຊມ, ແຂບໃບເປັນແຂ້ວຊິດແຊັກ ຊໍ່ດອກຍາວປະມານ 1 - 7 ຊມ ປະກອບດ້ວຍ 5 ດອກ ທີ່ມີສີມ່ວງອ່ອນ ຫາຊົມພູ. ໝາກຂອງມັນມີຂົນເວລາຍັງອ່ອນເປັນໜ່ວຍມົນໆ ຂະໜາດກວ້າງ 4-5 x 3 ມມ, ປະກອບດ້ວຍ 7-9 ກາບຫຸ້ມ

ບັນຍາຍການນຳໃຊ້

ຢູ່ປະເທດລາວ, ກຳປູເຈຍ ແລະ ໄທ ໄດ້ມີການປຸງແຕ່ງເຄື່ອງດື່ມທີ່ເຮັດຈາກໃບ ແລະ ເຄືອຜັກໜອກ ຊື່ງໃຫ້ຣົດຊາດ ຂ່ອນຂ້າງ ຂົມໜ້ອຍໜຶ່ງດ້ວຍການປະສົມນ້ຳຜັກໜອກເຂົ້າກັບນ້ຳ ແລະ ນ້ຳຕານ ເມື່ອເວລາດື່ມແລ້ວ ຈະເຮັດໃຫ້ມີ ຄວາມສົດຊື່ນ ແຈ່ມໃສ ໝົດທຸກພາກສ່ວນຂອງຜັກໜອກຍັງໃຊ້ກິນເປັນ ຜັກກັບໂດຍຈະກິນສຸກ ຫຼື ດິບກັບ ແຈ່ວກໍ່ໄດ້. ນອກນັ້ນກໍ່ຍັງໃຊ້ເປັນຢາ ປົວພະຍາດໄດ້ຫຼາຍຊະນິດເຊັ່ນ: ປົວອາການໄຂ້ ແລະ ທ້ອງອືດ, ຖ່າຍບໍ່ສະດວກ, ຊ່ວຍຟອກເລືອດ ແລະ ປິ່ນປົວພະຍາດລະບົບປະສາດ. ໃບຜັກໜອກໄດ້ຖືກໃຊ້ເຂົ້າໃນການປ້ອງກັນພະຍາດຜີວໜັງຕ່າງໆ ແລະ ນິຍົມກັນຫຼາຍໃນການປິ່ນປົວບາດ, ຝີ, ໜອງ, ອາການເປັນພົດຜື່ນຕາມຜີວໜັງ, ພະຍາດຕັບອັກເສບ, ພະຍາດມະເຮັງ ແລະ ຂີ້ພູດ. ພ້ອມກັນນັ້ນ ຜັກໜອກຍັງເວົ້າກັນວ່າ ເປັນຢາບຳລຸງສາຍຕາ ຊ່ວຍບຳລຸງເສັ້ນຜົມ ແລະ ຍັງຖືກນຳໃຊ້ເຂົ້າໃນການປິ່ນປົວບ້າໝູ, ຄວາມຈຳເຊື່ອມ.

ການປະກອບສ່ວນ