ຕົ້ນໝາກເຂືອບ້າ / Thorn Apple

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Datura metel L. / Solanaceae
ຊື່ພ້ອງ
Datura metel var. dentata Schltdl. & Cham.
Datura metel var. fastuosa (L.) Saff.
Datura metel var. flaviflora (O.E.Schulz) Moldenke
Datura metel var. muricata (Link) Danert
Datura metel f. pleniflora O.Deg.
Datura metel var. quinquecuspidata Torr.
ຊື່ອື່ນ
ລາວ: ໝາກເຂືອບ້ານ, ຕົ້ນໝາກກະສັກ.
ໄທ: ລຳໂພງກາສະລັກ, ມະເຂືອບ້າ, ລຳໂພງກາລັກ, ກາສະລັກ.
ບັນຍາຍລັກສະນະພືດສາດ

ພືດລຳໄມ້ຂະໜາດນ້ອຍ, ສູງ 1–2 ແມັດ, ເປັນພືດລົ້ມລຸກຂະໜາດໃຫຍ່. ພືດຊະນິດນີ້ມີຫຼາຍພັນ, ຕົ້ນຕໍແມ່ນພັນດອກຂາວ ແລະ ພັນດອກສີມ່ວງ, ລຳຕົ້ນໜຽວ, ກ້ຽງ, ບາງພັນມີລຳຕົ້ນອອກສີຂຽວອ່ອນ, ບາງພັນອອກສີອິດ. ໃບ: ແມ່ນໃບປະເພດດ່ຽວ, ດົກໜາ, ໃບຈັບສະຫຼັບກັນ, ເນື້ອໃບໜາ ແລະ ໃຫຍ່, ກ້ານໃບຍາວ, ພັນດອກຂາວມີແຄມເນື້ອໃບເປັນຫຼາຍວັກຫ່າງຄືແຂ້ວເລື່ອຍ, ປາຍໃບແຫຼມ, ຕີນຂອງເນື້ອໃບໂຄ້ງມົນ ແລະ ຫຼຸດລຶ່ນກັນ 0,5– 3,5 ຊັງຕີແມັດ, ສ່ວນເນື້ອໃບຂອງພັນສີມ່ວງມີແຄມກ້ຽງ. ພັນສອງພັນມີກ່າງໃບຈະແຈ້ງດີ. ກ້ານໃບມີຮູບກົມ, ຍາວ 2–8 ຊັງຕີແມັດ. ອອກດອກສີຂຽວອ່ອນສຳລັບພັນດອກຂາວ ແລະ ອອກດອກສີຂຽວອົມສີມ່ວງ ສຳລັບພັນດອກສີມ່ວງ. ດອກ: ແມ່ນປະເພດດອກດ່ຽວ, ມີຂະໜາດໃຫຍ່ໂດຍສະເພາະພັນດອກສີມ່ວງ, ຍາວ 16–19 ຊັງຕີແມັດ, ແມ່ນດອກປະເພດ 5 ແລະ ມີເພດຮ່ວມ. ກສບດອກຕິດກັນເປັນທໍ່, ອອກສີຂຽວສຳລັບພັນດອກຂາວ ແລະ ອອກສີຂຽວອົມສີອິດສຳລັບພັນດອກສີມ່ວງ, ກີບດອກຕິດກັນເປັນທໍ່, ພັນດອກສີຂາວມີກີບດອກອອກສຮຂາວ ແລະ ສັບຊ້ອນກັນເປັນວົງດຽວ, ສ່ວນພັນດອກສີມ່ວງມີກີບດອກອອກສີຂາວອົມສີມ່ວງ ແລະ ສັບຊ້ອນເປັນ 2–3 ຊັ້ນ. ທໍ່ກີບດອກມີ 3 ກ່າງຈະແຈ້ງໃນແຕ່ລະກີບ, ໃນນັ້ນມີກ່າງໜຶ່ງຍາວກວ່າໝູ່ ແລະ ຍາວລື່ນກີບດອກຄ້າຍເລັບມື. ສະເພາະພັນດອກສີມ່ວງ, ຂ້າງໃນຂອງກີບດອກມີຈຸດເຫຼືອງເປັນຈຸ້ມແຈກຢາຍເປັນໄລຍະໆ, ຂ້າງນອກຂອງກີບດອກມີຈຸດສີມ່ວງແຈກຢາຍຢູ່ທົ່ວໄປ, ເກສອນມີຮວຍໃຫຍ່ ແລະ ມີກ້ານຍາວ, ຮວຍເກສອນຕິດກັນເປັນທໍ່ກົມຈົນຮອດ 2/3. ທໍ່ຂອງຮວຍເກສອນຫຸ້ມເອົາຄໍຂອງເຕົ້າໄຂ່ໄວ້, ເຕົ້າໄຂ່ເຈັບຢູ່ເທີງກາບດອກ, ກີບດອກ ແລະ ເກສອນ. ໝາກ: ແມ່ນໝາກປະເພດແຫ້ງ, ອອກສີຂຽວເວລາດິບ ແລະ ມີໜາມແຂງຢູ່ຕາມເປືອກນອກ, ໝາກມີຮູບກົມຍາວສຳລັບພັນດອກສີມ່ວງ ແລະ ກົມມົນສຳລັບພັນດອກສີຂາວ. ໝາກແກ່ອອກສີນ້ຳຕານຈືດ. ໝາກບັນແກ່ນຈຳນວນຫຼາຍ, ແກ່ນມີຮູບແປຂະໜາດ 0,4–0,6 ຊັງຕີແມັດ, ເວລາແກ່ໝາກຈະແຕກເອງ.  ພືດຊະນິດນີ້ມີຖິ່ນກຳເນີດຢູ່ອາຊີເຂດຮ້ອນ ແລະ ຊຸ່ມ. ເກີດທົ່ວໄປ ແລະ ມັກບ່ອນຮົ່ມສົມຄວນ. ດອກບານແຕ່ເດືອນ ກໍລະກົດ ຫາ ເດືອນພະຈິກ.

ບັນຍາຍການນຳໃຊ້

ຕົ້ນໝາກເຂືອບ້າ ມີອານກາໂລອີດ ຫຼາຍຊະນິດ ເຊັ່ນ: ສະໂກໂປລາມີນ, ອາໂຕຼປີນ....ພືດນີ້ໃຊ້ເປັນຢາລະງັບອາການປວດ, ໃຊ້ມາຍການປັ້ນຂອງລຳໃສ້ ແລະ ກະເພາະ, ປົວຫືດ, ແກ້ໄອ, ແກ້ວິນວຽນ. ດອກນຳມາປາດຕາກແດດປະສົມກັບຢາສູບໃຊ້ສູບແກ້ອາການຫອບຫືດ, ແກ້ການບີບຕົວຂອງຫຼອດລົມ, ເມັດມີຣົດເບື່ອເມົານຳມາຂົ້ວໃຫ້ໝົດນ້ຳມັນໃຊ້ປຸງເປັນຢາແກ້ໄຂ້, ໃຊ້ເປັນຢາເພື່ອບັຍເທົາອາການປວດເມື່ອຍດ້ວຍການໃຊ້ເມັດ 30 ກຼາມ ນຳມາທຸບໃຫ້ພໍແຫຼກແລ້ວນຳມາແຊ່ກັບນ້ຳມັນພືດ ປະມານ 7 ວັນ ໃຊ້ທາບໍລິເວນທີ່ມີອາການປວດເມື່ອຍ ຈະຊ່ວຍບັນເມົາອາການປວດໄດ້ ແລະ ໃຊ້ໃສ່ແຂ້ວທີ່ເປັນຮູເພື່ອຊ່ວຍບັນເທົາອາການປວດໄດ້ອີດດ້ວຍ. ໃບມີລິດກົດສະໝອງມີສັບພະຄຸນຊ່ວຍແກ້ອາການອາຈຽນຈາກການເມົາລົດເມົາເຮືອ ( ແຕ່ມີອາການຂ້າງຄຽງຄືເຮັດໃຫ້ປາກ ແລະ ຄໍແຫ້ງ.

ການປະກອບສ່ວນ