ການຮັກສາຫຼັງຈາກປູກ

ການຮັກສາ: ສຳລັບການໃສ່ດິນທີ່ຂາດຄວາມອຸດົມສົມບູນ ໂດຍໃສ່ປຸຍຊີວະພາບເຊັ່ນ: ຂີ້ໄກ່, ຂີ້ງົວ..ໃນຊ່ວງອາຍຸ 1-3 ປີປະມານ 3-4 ຄັ້ງ/ປີ ໃນອັດຕາສ່ວນ 1-2 ກິໂລ/ຕົ້ນ, ຫຼັງຈາກ 3 ປີຂຶ້ນໄປອາດຈະໃສ່ປຸຍປີລະ 2 ຄັ້ງໃນປະລິມານ 3-5 ກິໂລ/ຕົ້ນ.

ບັນຫາພະຍາດ ແລະ ສັດຕູພືດ: ໃນຊ່ວງ 1-3 ປີຈະມັກພົບໜອນ ຫຼື ແມງໄມ້ກັດກິນໃບອ່ອນຈົນໝົດເພາະສະນັ້ນຄວນໃສ່ຢາສະໜຸນໄພໄລ່ແມງໄມ້. ເມື່ອອາຍຸຫຼາຍຂຶ້ນຈະບໍ່ຄ່ອຍພົບພະຍາດ ແລະ ແມງໄມ້.

ການປະກອບສ່ວນ