ລັກສະນະຂອງພື້ນທີ່ປູກ, ອາກາດ ແລະ ປະລິມານນ້ຳຝົນ

ລະສະນະຂອງພື້ນທີ່: ເປັນພື້ນທີ່ບໍ່ສູງຊັນເກີນໄປ, ໃນມູມຄ່ອຍຊັນ 10-35 ອົງສາແມ່ນມີຄວາມເໝາະສົມ, ລັກສະນະຂອງດິນເປັນດິນພຸຜຸຍເປັນດິນທີ່ມີຄວາມອຸດົມສົມບູນ.

ສະພາບອາກາດ: ລະດັບຄວາມສູງ 300-1000 ມ, ມີອາກາດເຢັນເລັກນ້ອຍເວລາກາງຄືນ, ມີໝອກປົກຄຸມເປັນບາງລະດູ, ອຸນຫະພູມໃນລະດູຝົນປະມານ 13 ອົງສາ ແລະ ສູງສຸດປະມານ 35 ອົງສາ ອຸນຫະພູມນີ້ເໝາະແກ່ການປູກໄມ້ເກດສະໜາ ຫຼື ພືດອຸດສາຫະກຳ ແລະ ຕົ້ນໄມ້ໃຫ້ໝາກຫຼາຍຊະນິດໄດ້ດີ.

ປະລິມານນ້ຳຝົນ: ເປັນປັດໄຈຫຼັກໃນການປູກໄມ້ເກດສະໜາ, ຖ້າປະລິມານນ້ຳຝົນບໍ່ພຽງພໍ ຫຼື ຂາດອາດເຮັດໃຫ້ໄມ້ເກດສະໜາຕາຍໄດ້, ໂດຍສະເລ່ຍປະລິມານນ້ຳຝົນແມ່ນ 2500-3000 ມມ/ປີ, ຫຼື ອາດມີຫ້ວຍນ້ຳໄຫຼເກືອບຕະຫຼອດປີ ຫຼື ນ້ຳໃນຊ່ວງລະດູແລ້ງແຕ່ໄລຍະສັ້ນ, ແຕ່ຊ່ວງນີ້ຈະມີນ້ຳໝອກລ້ຽງໃບຕະຫຼອດ.

https://www.facebook.com/%E0%BB%84%E0%BA%A1%E0%BB%89%E0%BB%80%E0%BA%81%E0%BA%94%E0%BA%AA%E0%BA%B0%E0%BB%9C%E0%BA%B2-100251661564956/photos/?ref=page_internal

ຮູບພາບຈາກ: ໄມ້ເກດສະໜາ

ການປະກອບສ່ວນ