ເກດສະໜາ / Agarwood

ການນຳໃຊ້
ສີນຄ້າ
ພືດເປັນຢາ
ນ້ຳມັນຫອມ
ກ້ອນນ້ຳມັນຢາງ / ນ້ຳຢາງ
ຊື່ວິທະຍາສາດ / ຕະກຸນ
Aquilaria crassna Pierre ex Lecomte / Thymelaeaceae
ຊື່ພ້ອງ
Aquilaria crasna Pierre
ຊື່ອື່ນ
ໄທ: ກຣິສະໜາ, ໄມ້ຫອມ.
ຫວຽດນາມ: ເຈີມເຮືອງ, ຣາເຮືອງ, ກີນາມ, ຢໍເບົາ
ກໍາປູເຈຍ: ສານກຣາສນາ, ກລາມປອກ, ກຣາສນາ.
ຈີນ: ແຈນຊຽງ
ອັງກິດ: agarwood, aloeswood, aguila wood, eaglewood, oudh.
ບັນຍາຍລັກສະນະພືດສາດ

ຕົ້ນໄມ້ເກດສະໜາ ເປັນໄມ້ຢືນຕົ້ນ, ບໍ່ຫຼົ່ນໃບ, ສູງເຖິງແມັດ ແລະ ມີໜ້າຕ້າງເຖິງ  100 ຊມ.  ເຮືອນຍອດຂອງມັນນ້ອຍ, ລໍາຕົ້ນຊື່ ແຕ່ມັກມີງ່າຫຼາຍ. ເນື້ອໄມ້ເປັນສີຂາວ ແຕ່ເມື່ອເວລາຖືກພະຍາດ ຫຼື ແມງໄມ້ທໍາລາຍ ມັນຈະກາຍເປັນເກດສະໜາສີນໍ້າຕານ ທີ່ມີກິ່ນຫອມອ່ອນໆ. ງ່າອ່ອນ ມີຂົນ. ໃບເປັນໃບດຽວ, ລຽງສະຫຼັບ, ຮູບຮີ ເໝືອນຕາ, ສີຂຽວມ້ານ ເຫຼື້ອມ ແລະ   ມີຂົນຢູ່ກ້ອງໃບ. ໃບ ຍາວ 7-9 ຊມ, ກວ້າງ 2-4 ຊມ, ກ້ານໃບຍາວ 0.3-0.5 ຊມ. ຊໍ່ດອກ ອອກຢູ່ປາຍຍອດ. ດອກເປັນສີຂາວ ຫາ ເຫຼືອງ ແລະ ຫອມ. ໝາກເປັນຮູບໄຂ່ ໃນເມື່ອແຫ້ງແລ້ວ ມີຂະໜາດ 2.5-3 x 1.5-2 ຊມ, ແຕກຕົວເອງ ເມື່ອແກ່, ມີ 1-4 ແກ່ນ, ສີດໍາ. ໄມ້ເກດສະໜາໃຫ້ເກດສະໜາ ຈາກພາກສ່ວນແພຈຸລັງ ທີ່ຖືກພະຍາດເຂົ້າທໍາລາຍ. ນໍ້າຢາງສະສົມທີ່ມີກິ່ນຫອມ ແລະ ເປັນລາຄາ ອັນນີ້ສ່ວນໃຫ່ຍເປັນສີນໍ້າຕານ ແລະ ສີດໍາ ແລະ ມີຮູບຮ່າງຕ່າງໆນາໆ. ນໍ້າຢາງສະສົມ ໃນຕົ້ນໄມ້ຕົ້ນໜື່ງໆ ມັກມີເຖິງ 3 ຫາ 4 ປະເພດ ຄຸນນະພາບທາງການຄ້າສະເໝີ. ເກດສະໜາ ສະສົມຕົວໄດ້ ຢູ່ ທຸກສ່ວນຂອງຕົ້ນໄມ້. ຖ້າສ່ວນໃດຖືກກະທົບ ຕົ້ນໄມ້ຈະສົ່ງຢາງດັ່ງກ່າວໄປເປັນສິ່ງຢັບຢັ້ງທາງເຄມີ ຕໍ່ການກະທົບຈາກເຊື້ອລາ ຫຼື ແມງໄມ້ຕ່າງໆ.

ບັນຍາຍການນຳໃຊ້

ເກດສະໜາ ເປັນຄໍາສັບລວມ ຂອງຜະລິດຕະພັນ ທີ່ຄ້າຂາຍກັນພາຍໃນຕະຫຼາດ ຂອງປະເທດ ແລະ ໃນສາກົນ. ເກດສະໜາ ທີ່ເປັນສິນຄ້າລາຄາແພງ ນີ້ແມ່ນເກີດມາຈາກ ການທີ່ພະຍາດ ຫຼື ແມງໄມ້ ເຂົ້າໄປທໍາລາຍເນື້ອໄມ້ໃນຕົ້ນເກດສະໜາ ແລ້ວເຮັດໃຫ້ຕົ້ນໄມ້ຜະລິດຢາງເກດສະໜາອອກມາ ເພື່ອ ປິດ ຫຼື ຈອດ ບ່ອນທີ່ຖືກກະທົບ. ເກດສະໜາ ຖືກໃຊ້ເປັນຢາ ຫຼື ໃຊ້ເປັນທູບຫອມຈູດເປັນຊິ້ນສ່ວນນ້ອຍໆໃສ່ຖ່ານໄຟ. ຢູ່ເຂດຕາເວັນອອກກາງເພີ່ນໄດ້ໃຊ້ເກດສະໜາຈູດໃນພິທີທາງສາດສະໜາ ແລະ ໃນເຮືອນຂອງຜູ້ທີ່ມີຖານະດີ ເພື່ອເປັນສັນຍາລັກ ຂອງຄວາມມັ້ງຄັ້ງສົມບູນ ແລະ ເພື່ອໃຫ້ນໍາເອົາໂຊກເຂົ້າມາໃນເຮືອນ. ທູບເກດສະໜາ ແມ່ນເຮັດຈາກຝຸ່ນເກດສະໜາ ທີ່ຕົ້ມກັ່ນແລ້ວ ຫຼື ບາງເທື່ອກໍເຮັດຈາກໄມ້ດີ ແຕ່ກໍ່ມັກມີການເຮັດທູບເກດສະໜາປອມສະເໝີ. ການໃຊ້ເກດສະໜາ ຢູ່ໃນລາວ ແມ່ນໜ້ອຍຫຼາຍ. ຜົນຜະລິດອື່ນໆອີກທີ່ໄດ້ຈາກຕົ້ນເກດສະໜາແມ່ນໃບອ່ອນ ເອົາມາແຕ່ງເປັນຊາຂົມ ແລະ ເປືອກຂອງມັນ ສາມາດນໍາມາເຮັດເຊືອກ ຫຼື ເຈ້ຍໄດ້. ທັງແກ່ນ ແລະ ເບ້ຍນ້ອຍຈາກປ່າ ແມ່ນສາມາດນໍາມາກ້າເປັນເບ້ຍ ໃນສວນກ້າໄດ້.

ການປະກອບສ່ວນ