ວິທີກ້າເບ້ຍໄມ້ເກດສະໜາ

ກຽມແກ່ນເກດສະໜາ: ແກ່ນທີ່ສາມາດກ້າອອກດີຕ້ອງເປັນແກ່ນທີ່ມີຄວາມສົມບູນ ແລະ ແຕກອອກຈາກໝາກປະມານ 1-2 ອາທິດ. ກ່ອນໄປຫວ່ານໃຫ້ນຳແກ່ນແຊ່ນ້ຳປະໄວ້ປະມານ 1 ຄືນເພື່ອເຮັດໃຫ້ແກ່ນງອກໄວຂຶ້ນ.

ການກຽມດິນ: ດິນຕ້ອງເປັນດິນທີ່ສາມາດລະບາຍນ້ຳ ແລະ ອາກາດໄດ້ດີ.

ວິທີກ້າ: ຫວ່ານແກ່ນເກດສະໜາທີ່ແຊ່ໄວ້ລົງດິນທີ່ກຽມມາໃຫ້ສະໝ່ຳສະເໝີ, ຫຼັງຈາກນັ້ນແມ່ນໃຊ້ຊາຍໂຮຍທັບບາງໆ ຫຼື ຈະປັກແກ່ນເກດສະໜາລົງໃນຊາຍໂດຍເອົາທາງຫົວຂຶ້ນ ຫົດນ້ຳໃຫ້ຊຸ່ມເຊົ້າ-ແລງ, ປະມານ 1-2 ອາທິດແກ່ນຈະເລີ່ມງອກຂຶ້ນມາ, ເມື່ອເບ້ຍເກດສະໜາງອກໃບອອກປະມານ 4 ອາທິດໃຫ້ແຍກອອກຈາກໜານນຳມາໃສ່ເບົ້າ ຫຼື ຖົງທີ່ກຽມໄວ້, ຖ້າປະໃຫ້ຢູ່ໜານດິນດົນເກີນໄປຈະເຮັດໃຫ້ຮາກເກາະຕິດດິນເວລາຫຼົກຂຶ້ນມາຈະເຮັດໃຫ້ຮາກຂາດເມື່ອນຳມາຊຳໃນຖົງຈະເຮັດໃຫ້ຂະຫຍາຍຕົວຊ້າ.

http://houchang.lnwshop.com/product/3/%E0%B8%95%E0%B9%89%E0%B8%99%E0%B8%81%E0%B8%A5%E0%B9%89%E0%B8%B2%E0%B8%81%E0%B8%A4%E0%B8%A9%E0%B8%93%E0%B8%B2

ຮູບພາບຈາກ: ຫູຊ້າງພັນໄມ້

ການປະກອບສ່ວນ