ການກຳນົດໄລຍະຫ່າງກັບການປູກເບ້ຍໄມ້ເກດສະໜາແມ່ນຂຶ້ນກັບໄລຍະເວລາຂອງການປູກຄື: ຈະປູກໃນໄລຍະເວລາ 7, 8,​ 9, 10... ປີ. ຕາມຄວາມຕ້ອງການເພື່ອກຳນົດການຈະເລີນເຕີບໂຕຂອງຕົ້ນໄມ້ຄື: ໄລຍະ 2×2m, 3×3m, 4×4m, 8×8m..ການຂຸດຂຸມປູກໂດຍທົ່ວໄປໃຫ້ກ້ວາງ, ຍາວ ແລະ ເລິກປະມານ 50 ຊມ, ໂດຍແຍກດິນຊັ້ນເທິງໄວ້ເຮັດດິນປະສົມ ເບ້ຍໄມ້ທີ່ຈະນຳໄປປູກຕ້ອງມີຄວາມສູງປະມານ 50-80 ຊມ,​ ມີອາຍຸບໍ່ຕ່ຳກວ່າ 8 ເດືອນ ແລະ ບໍ່ຄວນກ້າໄວ້ເກີນ 1 ປີເພາະຈະເຮັດໃຫ້ຮາກຂົດເມື່ອນຳໄປປູກຈະເຮັດໃຫ້ຂະຫຍາຍຕົວໄດ້ຊ້າ.

ການປະກອບສ່ວນ