ເຂົ້າໜົມກ້ວຍຈືນ

Andy Souvanhphukdee
ເຂົ້າໜົມກ້ວຍທອດ ຫອມມັນ ແລະ ຍັງກອບນອກໜຸ່ມໃນ
ເຮືອນຄົວລາວ
https://www.freepik.com/premium-photo/thai-fried-bananas-rattan-tray_2987349.htm
freepik.com

ສ່ວນປະສົມ

  • ແປ້ງເຂົ້າຈ້າວ 1 kg
  • ແປ້ງກອບ 1/2 kg
  • ນ້ຳປູນໃສ 1 ຖ້ວຍຕວງ
  • ນ້ຳ 4 ຖ້ວຍຕວງ
  • ນ້ຳຕານ 1 g
  • ໝາກພ້າວຂູດ 1 g
  • ງາຂາວ 3 ບ່ວງແກງ
  • ໄຂ່ໄກ່ 3 ໜ່ວຍ
  • ກ້ວຍ 4 ຫວີ
  • ໃບເຕີຍຫອມ
  • ນ້ຳມັນພືດ 2 kg
  • ເກືອ 1 ບ່ວງແກງ

ວິທິປຸງແຕ່ງ

  1. ນຳແປ້ງເຂົ້າຈ້າວ ແລະ ແປ້ງກອບ ມາປະສົມເຂົ້າກັບນ້ຳປູນໃສກັນ, ຄ່ອຍໆເຕີມນ້ຳ ນວດແປ້ງໃຫ້ເຂົ້າກັນ. ຕາມດ້ວຍນ້ຳຕານ, ໄຂ່, ງາ,ເກືອ  ແລະ ນວດແປ້ງໃຫ້ເຂົ້າກັບສ່ວນປະສົມຕ່າງໆ
  2. ປິດທ້າຍດ້ວຍການໃສ່ໝາກພ້າວ ແລະ ນວດອີກເທື່ອໜຶ່ງຈົນໄດ້ນ້ຳກະທິ ແລ້ວປະໄວ້ (ຖ້າຫາກແປ້ງໜຽວຫຼາຍຈົນເກີນໄປ ສາມາດເຕີມນ້ຳໃສ່ອີກ ເພື່ອໃຫ້ກ້ວຍຕິດ
  3. ປອກເປືອກກ້ວຍ (ໜຶ່ງໜ່ວຍຊອຍໃຫ້ໄດ້ປະມານ 3-4 ຕ່ອນ) ແລ້ວເທໃສ່ໝໍ້ແປ້ງ ກະໃຫ້ພໍດີຕາມຈຳນວນທີ່ຕ້ອງການທອດໃນແຕ່ລະຄັ້ງ (ຖ້າໃສ່ກ້ວຍຫຼາຍເກີນໄປ ແລ້ວທອດບໍ່ໝົດດ ຈະເຮັດໃຫ້ກ້ວຍບໍ່ຕິດແປ້ງ)
  4. ນຳກ້ວຍໄປປະສົມກັບແປ້ງໃຫ້ທົ່ວແລ້ວ ໃສ່ລົງໃນໝໍ້ນ້ຳມັນຮ້ອນ (ໃສ່ໃບເຕີຍລົງໄປໃນຂະນະທີ່ທອດໄດ້ ຕາມຕ້ອງການ). ໃຊ້ໄຟປານກາງ ທອດໄປໄດ້ 2-3 ນາທີ ກ້ວຍຈະຟູຂຶ້ນມາ ແລ້ວຜ່ອນລະດັບໄຟລົງໜ້ອຍໜຶ່ງ ຄົນດ້ວຍໄມ້ ເພື່ອບໍ່ໃຫ້ກ້ວຍຕິດກັນ 
  5. ເມື່ອກ້ວຍເຫຼືອງ ທັງສອງດ້ານແລ້ວ ໃຫ້ນຳຂຶ້ນມາປະໄວ້ໃຫ້ສະເດັດນ້ຳມັນ
  6. ຮັບປະທານໄດ້ເລີຍ ຫຼື ຈະບັນຈຸໃສ່ກ່ອງອາຫານໄວ້ທານກໍໄດ້ເຊັ່ນດຽວກັນ


ຄຳແນະນຳ

  • ຄວນເລືອກກ້ວຍທີ່ສຸກເຫີມ ເປືອກຂຽວເຫຼືອງ

ວີດີໂອແນະນຳ Simply Hmong

ຂໍ້ມູນ www.kasetkaoklai

 

 

ການປະກອບສ່ວນ