ກ້ວຍໜີບ

Andy Souvanhphukdee
ກ້ວຍໜີບ ຮັບປະທານກັບນ້ຳເຊື່ອມໝາກພ້າວອ່ອນ ຫອມຫວານ, ຈະເຮັດເປັນອາຫານວ່າງ ຫຼື ສິນຄ້າສຳລັບລາຍເສີມກໍ່ໄດ້ເຊັ່ນດຽວກັນ
ເຮືອນຄົວລາວ
https://www.wongnai.com/recipes/grilled-banana-with-coconut-source
wongnai.com

ສ່ວນປະກອບ

  • ໝາກກ້ວຍ 3 ຫວີ
  • ເກືອ 2 ບ່ວງແກງ
  • ນ້ຳສະອາດ ສຳລັບລ້າງ

ວິທີເຮັດກ້ວຍໜີບ

  • ເອົາກ້ວຍສຸກປອກເປືອກ ແຊ່ລົງນ້ຳເກືອໃສ່ຊາມໃຫ່ຍປະໄວ້ 30 ນາທີ
  • ເອົາກ້ວຍອອກໃສ່ກະດົ້ງ ແລ້ວເອົາໄປໃສ່ແຕະຕາກ, ເອົາຜ້າແພດຳປົກ ເພື່ອກັນແມງວັນ ຫຼື ໃສ່ຕູ້ຕາກ ປະມານ 1 ມື້
  • ເອົາກ້ວຍທີ່ຕາກແດດແລ້ວມາແກະເອົາໄຍ ທີ່ຕິດໜ່ວຍກ້ວຍອອກ
  • ຕອນເຊົ້ານຳເອົາກ້ວຍມາຜ່າທາງຍາວໜາປະມານ 1/3 ເຊັນ ຫຼື ເອົາໄມ້ໜີບໃຫ້ແປເປັນແຜ່ນ (ຕ້ອງຮອງດ້ວຍຜ້າຢາງໃສ) ຫຼັງຈາກນັ້ນນຳເອົາມາວາງໃສ່ແຕະຕາກ (ຕາກແດດອີກ) ປະມານ 1 ວັນ
  • ນຳເອົາແຕະຕາກກ້ວຍເຂົ້າຕູ້ອົບໃຊ້ໄຟຟ້າແຮງປານກາງ ປະມານ 6 ຊົ່ວໂມງ ຫຼື ຕາກແດດທຳມະຊາດຈົນກວ່າຈະແຫ້ງດີ
  • ເອົາກ້ວຍອອກມາຈາກຕູ້ອົບເພື່ອມາພັບໃຫ້ເປັນຫໍ່ ແລ້ວເອົາໃສ່ພາຫະນະທີ່ສະອາດ ຫຼື ຖົງໄວ້ ຖ້າແມ່ນຕາກແດດທຳມະຊາດຕ້ອງໄດ້ພັນເປັນຫໍ່ ແລ້ວເອົາໄປຕາກແດດອີກຢ່າງໜ້ອຍ 1 ມື້
https://www.google.com/url?sa=i&source=images&cd=&cad=rja&uact=8&ved=2ahUKEwiW1fae0ankAhUY7HMBHSq7BTgQjB16BAgBEAM&url=https%3A%2F%2Fwww.stockfreeimages.com%2F32277766%2FGrill-Banana.html&psig=AOvVaw33VJ53juYWPpeizSClPOOU&ust=1567221031528451
stockfreeimages.com

ຄຳແນະນຳ

  • ສາມາດຮັບປະທານໄດ້ເລີຍເປັນອາຫານຫວ່າງ ຫຼື ຈະຮັບປະທານກັບນ້ຳເຊື່ອມກະທິ
  • ຮັບປະທານເປັນອາຫານວ່າງ ຫຼື ເຮັດເປັນສິນຄ້າສ້າງລາຍຮັບເສີມ

ຂໍ້ມູນເພີ່ມເຕີມຈາກ ປຶ້ມການແປຮູບອາຫານ

ສ່ວນປະສົມສຳລັບ ນ້ຳເຊື່ອມກະທີ

  • ນໍ້າຕານປີບ  2 ຈອກກາເຟ
  • ນ້ຳຕານຊາຍຂາວ ½ ຈອກກາເຟ
  • ນ້ຳຕານຊາຍແດງ ½ ຈອກກາເຟ
  • ຫົວກະທິ 2 ແກງ
  • ໝາກພ້າວອ່ອນ ຂູດມຸ່ນ 1 ຈອກາເຟ
  • ໃບເຕີຍ 1 ໃບ
  • ເກືອ ½ ບ່ວງຊາ

ວິທີເຮັດນ້ຳເຊື່ອມກະທິ

  • ຄ້າງໝໍ້ ໃສ່ນ້ຳຕານທັງ 3 ຊະນິດລົງໄປພ້ອມດ້ວຍເກືອ ແລະ ຫົວກະທິ (1 ບ່ວງແກງ) ກຽວດ້ວຍໄຟອ່ອນໆ ປະມານ 15-20 ນາທີ 
  • ໃສ່ກະທິເພີ່ມອີກ 1 ບ່ວງແກງພ້ອມໝາກພ້າວອ່ອນ ແລະ ໃບເຕີຍ ກຽວຕໍ່ໄປ ອີກ 10 ນາທີ ແລ້ວປະໄວ້ໃຫ້ເຢັນເພື່ອນຳມາໃສ່ກ້ວຍໜີບ
ການປະກອບສ່ວນ