ໝາກງາດຳ / Black Sesame Seeds

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Sesamum indicum L. / PEDALIACEAE
ຊື່ພ້ອງ
Sesamum indicum var. angustifolium Oliv.
ຊື່ອື່ນ
ລາວ: ງາດຳ
ໄທ: ງາດຳ
ວຽດນາມ: Doon dor
ອັງກິດ: Glossy Ixora
ຍີປຸຸ່ນ: kam ron ted
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກ, ລຳຕົ້ນມີຂົນຫຸ້ມ, ສູງປະມານ 0.51 ແມັດ. ໃບດ່ຽວຈັບກົງກັນ, ແຜ່ນໃບຮູບໃບຫອກ ຫຼື ຮູບຂອບຂະໜາດ, ໂຄນໃບຮູບຫຼີ້ມ, ຂອບແຂ້ວເລື້ອຍ, ປາຍແຫຼມ, ມີຂົນປົກຄູ້ມທັງສອງດ້ານ. ດອກເປັນສີຂາວ, ອອກດອກດ່ຽວຢູ່ງ່າມໃບ, ດອກສົມບູນເພດ (Herma phroditus). ກາບດອກ ຮູບແຖບ, ສີຂຽວ, ມີຂົນສີຂາວ, ປາຍແຫຼມ, ຂອບລຽບ. ກີບດອກເປັນຫຼອດ, ສີບົວ, ມີຂົນອ່ອນນຸ່ມ, ປາຍແຍກເປັນແສກ, ສອງແສກດ້ານລຸ່ມ, ດ້ານເທິງມີ 3 ແສກ, ຈັບຕິດລຽນສະຫຼັບກີບຂອງຂອງດ້ານເທີງ ແລະ ດ້ານລຸ່ມ. ມີເກສອນ 4 ອັນ, ສັ້ນ 2 ອັນ, ຍາວ 2 ອັນ, ເຕົ້າໄຂ່ແບ່ງເປັນສອງຫ້ອງໃຫຍ່ ແລະ ແຕ່ລະຫ້ອງແບ່ງອອກເປັນ ສອງ ຫ້ອງນ້ອຍ. ໝາກແຫ້ງແລ້ວແຕກ (Capsula), ໃນໝາກແບ່ງເປັນ 4 ຫ້ອງ, ສຸກຈະແຕກເປັນ 4 ກາບເປືອກ. ແກ່ນສີດຳ.

ບັນຍາຍການນຳໃຊ້

ຢູ່ບັນດາປະເທດເຮົາເພີ່ນໃຊ້ນຳມັນງາດຳແທນນໍ້າມັນ ໂອລີບ. ຕາມທິດສະດີແພດສາດພື້ນເມືອງ, ນໍ້າມັນງາມີຄຸນປະໂຫຍດມະຫາສານ, ບຳລຸງມ້າມ, ຕັບ ແລະ ໄຂ່ຫຼັງ, ບຳລຸງເລືອດ, ຊ່ວຍລະລາຍ, ບຳລຸງທາດ, ໃຊ້ເປັນຢາປັບປຸງທາດທັງ 4, ບຳລຸງເມັດເລືອດແດງ, ເປັນຢາອາຍຸວັດທະນະ. ປະສົມກັບເກືອເພື່ອເຮັດຢາປົວຕຸ່ມ, ຝິແຜເປື່ອຍ. ນອກຈາກນັ້ນຍັງເປັນວັດຖຸດິບເພື່ອສຳລັບປຸງແຕ່ງສະບູ ແລະ ນໍ້າມັນລໍ້ມື່ນ, ເປັນສ່ວນປະກອບຂອງຢາປາບສັດຕູພືດ, ເມືອສົມທົບກັບ Pyretrine, ເຄມີປາບສັດຕູພືດ. ເຫຍື່ອ ຫຼັງຈາກໜີບເອົານໍ້າມັນງາໝົດແລ້ວຍັງຖືກໃຊ້ເປັນອາຫານສັດ, ສັດປີກ, ໝູ ແລະ ປາ. ດອກຕົ້ນໝາກງາເປັນຢາແກ້ເຈັບຕາ, ໃຊ້ດ້ວຍວິທີແຊ່ນໍ້າເຢັນແລ້ວໂຜະໃສ່ຕາ. ນໍ້າຕົ້ມໃບ ແລະ ຮາກເປັນຢາປົວຫົວລ້ານເຮັດໃຫ້ຜົມປົ່ງ, ເຮັດໃຫ້ຜົມຫງອກເປັນສີດຳ. ປະລິມານໃຊ້: ບຳລຸງຮ່າງກາຍ ກິນມື້ໜຶ່ງ 10-20 ml, ຊ່ວຍລະລາຍດ້ານທ້ອງຜຸູກ ກິນມື້ລະ 40-60 ກຼາມ, ແກ່ນມາບົດມຸ່ນ ມື້ໜຶ່ງກິນ 25-30 ກຼາມ. ລົດຄວາມດັນເລືອດສູງ: ເອົາແກ່ນໝາກງາດຳ, ມັນອ້ອນລີງ, ຮາກຫຍ້າພັນງູ ແຕ່ລະຊະນິດດ້ວຍປະລິມານເທົ່າກັນ, ຕາກໃຫ້ແຫ້ງ, ບົດເປັນຝຸ່ນ, ປະສົມນໍ້າເຜິ້ງ, ເຮັດເປັນລູກກອນ, ໜັກ 0,5 ກຼາມ ກິນເທື່ອລະ 5 ເມັດ ມື້ໜຶ່ງ 3 ຄັ້ງ. ຢານີ້ຍັງມີຄຸນນະພາບຕໍ່ພະຍາດເສັ້ນເລືອດ, ເຕັ້ນແຮງ, ເປັນໄຂ້ຫວັດຈັບໜາວ, ປາກບ້ຽວ. ຢາຂັບນໍ້ານົມໃຫ້ແມ່ກຳ:ກິນເຂົ້າກັບໝາກງາດຳແຕ່ລະມື້ຈະເຮັດໃຫ້ແມ່ກຳມີນໍ້ານົມຫຼາຍຂື້ນ. ປົວລົງຂາວ: ເອົານໍ້າມັນງາ ແລະ ນໍ້າເຜິ້ງແຕ່ລະຊະນິດຈຳນວນເທົ່າກັນປະສົມໃຫ້ສະເໝີກັນກິນເທື່ອລະ 1-2 ບ່ວງແກງ, ມື້ໜຶ່ງ 2 ເທື່ອ.

ການປະກອບສ່ວນ