ການປູກໝາກງາ

Soulivanh BOUNTHAMMY
ເທັກນິກການປູກໝາກງາໃຫ້ໄດ້ຄຸນນະພາບດີໂດຍບໍ່ໃຊ້ສານເຄມີ
ແນະນຳວິທີເຮັດ
https://www.trekearth.com/gallery/Asia/India/East/West_Bengal/Berhampore/photo1469971.htm
www.trekearth.com

ການກະກຽມດິນ: 
  -  ເປັນດິນຜຸຜຸຍມີການລະບາຍນ້ໍາດີ ແລະ ມີຄວາມອຸດົມສົມບູນທາງດ້ານອາຫານພໍສົມຄວນ 
  -  ເປັນພື້ນທີ່ດອນ ຫຼື ສູງ ສາມາດລະບາຍນ້ໍາໄດ້. 
  -  ຂຸດ ຫຼື ໄຖພວນດິນ (ຖ້າເປັນດິນຜຸຜຸ່ຍຈະໄຖ 1-2 ຄັ້ງແຕ່ຖ້າເປັນດິນໜຽວຕ້ອງໄຖ 2-3 ຄັ້ງ).
  -  ເຮັດເປັນໜານໃຫຍ່ຂະໜາດ 3-5 ແມັດ ແລະ ໃຫ້ມີຮອງລະຫວ່າງໜານເພື່ອສະດວກໃນການດູແລເມື່ອເກີດພະຍາດ ຫຼື ແມງໄມ້ລະບາດ. 
ການປູກ: 
ວິທີການປູກມີ 2 ວິທີຄື : ການປູກແບບຫວ່ານ ແລະ ການປູກແບບໂຮຍເປັນແຖວ 
  -  ການປູກແບບຫວ່ານ: ຫວ່ານແກ່ນໃຫ້ກະແຈກກະຈາຍ ແລະ ສະໝໍ່າສະເໝີແລ້ວຄາດດິນປົກເທິງໜ້າດິນ, ຫວ່ານ ແກ່ນງາປະລິມານ 1-2 ກິໂລ/ໄລ. 
  -  ການປູກແບບໂຮຍເປັນແຖວ: ການປູກແບບໂຮຍເມັດແມ່ນຈະມີໄລຍະຫ່າງຂອງແຖວປູກ 50x10 ຊມ. 
ວິທີບົວລະບັດຮັກສາ: 
  -  ງາເປັນພືດທີ່ຕ້ອງການການດູແລຮັກສາໜ້ອຍກວ່າພືດຊະນິດອື່ນພຽງແຕ່ກຽມດິນໃຫ້ຖືກວິທີ ແລະ ເໝາະສົມກໍ່ງອກງາມສະໝໍ່າສະເໝີ. 
  -  ວິທີປ້ອງກັນສັດ: ໃຫ້ນໍາເອົາໃບສີໃຄເຄື່ອງ, ຫຍ້າໜອນນ່າຍ , ເຄືອເຂົາຮໍ... ມາຟັກໃຫ້ມຸ່ນແລ້ວເອົາແຊ່ໃສ່ນ້ໍາປະໄວ້ປະມານ 15-30 ມື້ ກໍ່ສາມາດນໍາເອົານໍ້າດັ່ງກ່າວມາສີດໃສ່ຕົ້ນງາເພື່ອປ້ອງກັນສັດຕູພືດໄດ້.
ການເກັບກ່ຽວ:
  -  ໃຫ້ສັງເກດໄລຍະສຸກຂອງໝາກງາ, ເມື່ອງາເຖິງອາຍຸເກັບກ່ຽວໃບຈະມີສີເຫຼືອງ ແລະ ລົ່ນເກືອບໝົດ, ຝັກຂອງໝາກງາຈະປ່ຽນສີຈາກສີຂຽວມາເປັນສີເຫຼືອງ, ເມັດເປັນສີນ້ໍາຕານ (ສໍາລັບງາດໍາໃຫ້ແກະຝັກທີ 3 ຈາກຍອດອອກມາເບິ່ງຖ້າເມັດເປັນສີນ້ໍາຕານສະແດງວ່າແກ່ສາມາດເກັບກ່ຽວໄດ້. 
  -  ໃຫ້ເອົາມີດຕັດກ້ອງຝັກ ຫຼື ຫຼົກເອົາທັງຕົ້ນກໍໄດ້ແຕ່ພະຍາຍາມບໍ່ໃຫ້ດິນຕິດເມັດງາ. 
ການຮັກສາໄວ້ກິນຍາວນານ:
    ຕາກໃຫ້ແຫ້ງແລ້ວເກັບໄວ້ກິນຍາວນານ, ສະກັດເຮັດນ້ໍາມັນງາ, ເຮັດເຂົ້າຫມົມ ... 
ຄຸນປະໂຫຍດ:
  -  ມີຄຸນຄ່າທາງດ້ານສານອາຫານສູງເຊັ່ນ: ໃຫ້ໂປຣຕີນ, ໄຂມັນ ... 
  -  ປູກເພື່ອກິນ ແລະ ຂາຍເປັນສິນຄ້າພາຍໃນບ້ານ, ທ້ອງຖິ່ນ, ຕະຫຼາດ ແລະ ຕ່າງປະເທດ.

ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ

ການປະກອບສ່ວນ