ໝາກກ້ວຍເຫງັນ / Torres Strait scrambler

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Uvaria rufa Blume / Annonaceae
ຊື່ພ້ອງ
ຊື່ອື່ນ
ໝາກພີ່ພວນແດງ
Eng: susung-kalabaw ('Carabao teats') or Torres Strait scrambler
ບັນຍາຍລັກສະນະພືດສາດ

ເປັນໄມ້ປະເພດເຄື່ອ, ເລື້ອຍຕາມຕົ້ນໄມ້ຊະນິດອື່ນ ຍາວ 1,5-4 ມ, ກີ່ງກ້ານ ແລະ ຍອດອ່ອນປົກຄຸມດ້ວຍ ຂົນລະອຽດສີນຳ້ຕານແດງໜາແໜ້ນ, ເປືອກລຳຕົ້ນສີມ່ວງອົມເທົາ. ໃບດ່ຽວ, ຈັບແບບສະລັບ, ແຜ່ນໃບຮູບໄຂ່ ແກມຮູບຂອບຂະໜານ ຫຼື ຮູບຮີແກມຮູບຂອບຂະໜານ, ບາງເທື່ອອາດເປັນຮູບຮີແກມຮູບໄຂ່, ກວ້າງ 4-6 ຊມ, ຍາວ 6-15 ຊມ, ປາຍແຫຼມ ຫຼື ຮຽວຍາວ, ໂຄນມົນ ຫຼື ກົມ, ຂອບໃບລຽບ, ແຜ່ນໃບບາງຄ້າຍເຈ້ຍ, ຜີວໃບ ດ້ານເທີງມີຂົນຮູບດາວແຂງ, ດ້ານລຸ່ມມີຂົນອ່ອນນຸ່ມໜາແໜ້ນ, ກ້ານໃບ ຍາວ 3-4 ມມ, ມີຂົນໜາແໜ້ນ, ເສັ້ນໃບ 8-15 ຄູ່. ດອກດ່ຽວ ຫຼື ອອກເປັນກະຈຸກ 2-3 ດອກ, ທີ່ກີ່ງການ, ອອກກົງກັນຂ້າມກັບໃບ ຫຼື ງ່າມໃບ. ຊໍ່ດອກ ຍາວ 1,1-1,5 ຊມ, ກ້ານຊໍ່ດອກຍາວ 1-3 ມມ, ມີຂົນກະຈາຍໜາແໜ້ນ, ກ້ານດອກຍ່ອຍຍາວ 0,5-0,8 ຊມ, ມີຂົນໜາແໜ້ນ. ໃບປະດັບມີ 1 ໃບ, ຮູບສາມຫຼ່ຽມປາຍມົນ, ຈັບກົງກັນຂ້າມກັບກ້ານດອກ, ກວ້າງ 3-6 ມມ, ຍາວ 3-13 ມມ. ມີຂົນໜາແໜ້ນ. ກາບດອກມີ 3 ອັນ ບາງຄ້າຍເຈ້ຍ, ມີຂົນປົກຄູມ, ເຊື່ອມຕິດກັນທີ່ໂຄນເລັກນ້ອຍ, ປາຍແຍກເປັນ 3 ແສກ, ສ່ວນກວ້າງທີ່ໂຄນ 5-6 ມມ, ຍາວ 3-4 ມມ. ກິບດອກ 6 ກິບ, ແຍກກັນ, ບາງຄັ້ງອາດມີ 8 ກິບໄດ້, ແຍກເປັນ 2 ວົງໆລະ 3 ກິບ, ຂະໜາດເທົ່າກັນ. ດອກສີແດງສົດແລ້ວປ່ຽນເປັນສີແດງເລືອດນົກ, ມີກີ່ນຫອມ, ກີບດອກຮູບຮີແກມຮູບໄຂ່ກັບ, ກວ້າງ 4-6 ມມ, ຍາວ 8-10 ມມ, ປາຍມົນ ຫຼື ກົມ, ມີຂົນທັັ້ງສອງດ້ານ, ດອກບານເຕັມທີ່ກິບມັກໂຄ້ງລົງໄປທາງກ້ານດອກ ເກສອນເພດຜູ້ຈຳນວນຫຼາຍອັດກັນແໜ້ນ 30-45 ອັນ ສີເຫຼືອງ ຮູບຊົງກະບອກ ກວ້າງ 1-1,5 ມມ, ຍາວ 3-4 ມມ, ໂຄນ ແລະ ປາຍຮູບຕັດ, ຂອບລຽບ, ວົງນອກມັກເປັນໜັນ, ເກສອນເພດຜູ້ທີ່ເປັນໜັນ 10-12 ອັນ, ລຽງຊ້ອນເຫຼື່ອມ ແລະ ແຍກກັນໃນຊັ້ນນອກສຸດຂອງວົງ ເກສອນຜູ້ທີສົມບູນ ຮູບໄຂ່ກັບ ກວ້າງ 2-2,5 ມມ, ຍາວ 3-4 ມມ. ໂຄນຮູບຕັດ, ປາຍກົມ ຫຼື ມົນ, ຂອບເປັນເຍື່ອບາງໆແຂ້ວເລື້ອຍຖີ່ໆ, ສີຂາວ ຫຼື ສີເຫຼືອງອ່ອນ, ກ້ຽງ, ເກສອນເພດແມ່ 7-12 ອັນ ແຕ່ລະອັນມີ 20-25 ໄຂ່, ຮູບຊົງກະບອກ, ກວ້າງປະມານ 0,5 ມມ ຫຼື ຫຼາຍກວ່າເລັກນ້ອຍ, ຍາວ 3-3,5 ມມ,  ໂຄນ ແລະ ປາຍ ຮູບຕັດ, ສີເຫຼືອງ ຫຼື ນຳ້ຕານອ່ອນ ມີຂົນໜາແໜ້ນຕາມກ້ານເກສອນເພດແມ່ ມີຮັ່ງໄຂ່ເໜືອວົງກິບດອກ, ເຕົ້າໄຂ່ແຍກກັນຈຳນວນຫຼາຍ. ໝາກແບບໝາກກຸ່ມ, ມີໝາກຍ່ອຍ 4-20 ໝາກ/ຊໍ່, ຮູບຮີ ຫຼື ຮູບຮີແກມຮູບຂອບຂະໜາດ, ກວ້າງ 1-1,1 ຊມ, ຍາວ 1,7- 4 ຊມ, ມີຂົນສີນຳ້ຕານສັ້ນໆປົກຄຸມ, ໝາກເລີ້ມສຸກສີເຫຼືອງ, ສຸກເຕັມທີສີແດງສົດ, ກ້ານໝາກຍາວ 1-4 ຊມ, ກ້ານໝາກຍ່ອຍ 2-2,5 ຊມ, ເນື້ອໃນສີຂາວ. ເມັດຮູບຮີ ແຕ່ລະໝາກມີ 14-18 ເມັດ, ກວ້າງ 1-2 ມມ, ຍາວ 3-4 ມມ, ໂຄນວ້ຳ, ປາຍມົນ, ຂອບລຽບ, ຜີວກ້ຽງ, ສີນ້ຳຕານ.
ເປັນພືດທີ່ພົບໄດ້ທົ່ວໄປຕາມປ່າໂຄກ, ປ່າປະສົມ, ປ່າດິບແລ້ງ ຫຼື ຕາມແຄມປ່າທົວໄປ, ຕັ້ງແຕ່ໃກ້ລະດັບນ້ຳທະເລຈົນເຖີງສູງປະມາານ 1000 ແມັດ, ອອກດອກໃນຊ່ວງເດືອນມີນາ ເຖີງ ເມສາ ແລະ ເປັນໝາກເດືອນມີຖຸນາ ເຖີງກໍລະກົດ, ໝາກຈະເລີ້ມສຸກໃນເດືອນກໍລະກົດ ເຖີງ ກັນຍາ, ສ່ວນຫຼາຍຈະມັກເຫັນໃນຕະຫຼາດຫຼວງພະບາງໃນຊ່ວງບຸນຊ່ວງເຮືອເດືອນເກົ້າ, ສ່ວນຫຼາຍເອົາມາແຕ່ເມືອງຈອມເພັດຂ້າມມາຂາຍໃນຕະຫຼາດເຊົ້າໃນຫຼວງພະບາງ ເຮັດເປັນມັດຂາຍ ມັດລະ 3000-5000ກິບ/ມັດ. ໝາກຂອງມັນຈະເປັນເນື້ອສີຂາວຈະມີລົດຊາດຫວານສົ້ມ ແລະ ມີກີ່ນຫອມເລັກນ້ອຍ.

ບັນຍາຍການນຳໃຊ້

ໝາກຂອງມັນຈະເປັນເນື້ອສີຂາວຈະມີລົດຊາດຫວານສົ້ມ ແລະ ມີກີ່ນຫອມເລັກນ້ອຍ. ນອກຈາກໝາກຈະເປັນກີນ ແລ້ວລຳຕົ້ນ ແລະ ຮາກ ຍັງສາມາດແກ້ໄຂ້, ຕົ້ມນ້ຳດື່ມແກ້ໄຂ້ເນື່ອງຈາກການກີນອາຫານຜີດ, ຮາກ ແກ້ຈ່ອຍຜອມ ສຳລັບຜູ້ຍີງທີຢູ່ໄຟບໍ່ໄດ້ຫຼັງເກິດລູກ ໃຊ້ເປັນຢາກະຕູ້ນການເກີດ ບຳລຸງຮ່າງກາຍເຮັດໃຫ້ມີນ້ຳນົມ. ຮາກ ແລະ ເນື້ອໄມ້ ຮັກສາອາການແກ້ໄຂ້ບໍ່ສະໝຳ່ສະເໝີຂອງເລືອດ. ໝາກສຸກແກ້ເມັດຜື່ນຄັນຕາມຕົວ, ເປັນຢາເຢັນຖອນຜີດ. ໝາກສຸກບົດກັບນ້ຳ ທາແກຜົດຜື່ນຄັນ ຮັກສາພະຍາດຫິດ.

ການປະກອບສ່ວນ