ຊຸບໜໍ່ໄມ້

Andy Souvanhphukdee
ຊຸບໜໍ່ໄມ້ ອາຫານພື້ນບ້ານ ຈານທຳມະດາ ແຕ່ມີຄວາມພິເສດຢູ່ທີ່ສ່ວນປະສົມເຊັ່ນ ໝາກງາ ໂດຍສະເພາະຫົວຜັກທຽມ ແລະ ຂີງ ທີ່ຈີ່ຈົນສຸກ ແລະ ຫອມ.
ເຮືອນຄົວລາວ
https://www.instazu.com/media/1989676303120546310
instazu.com

ສ່ວນປະສົມ
  • ໜໍ່ໄມ້
  • ຂ່າ ຫຼື ຂີງ 1 ຫົວ
  • ໝາກເຜັດ 3-4 ໜ່ວຍ
  • ເກືອ 1/2 ບ່ວງຊາ
  • ແປ້ງນົວ 1/2 ບ່ວງຊາ
  • ຫົວຜັກບົ່ວ 1 ຫົວ ຫຼື ກະທຽມ 3 ກີບ
  • ຫອມເຮືອດ 5 ຍອດ
  • ຫອມເປ 3 ໃບ
  • ໝາກງາຂາວ 1 ບ່ວງແກງ(ຂົ້ວ ແລະ ຕຳ)

https://www.lsecuritynews.com/16380
lsecuritynews.com

ວິທີປຸງແຕ່ງ
  1.  ຈີ່ໝາກເຜັດ, ຂີງ, ຫົວຜັກບົ່ວ ແລະ ກະທຽມໃຫ້ສຸກ, ນຳມາຕຳໃສ່ຄົກ ພ້ອມເກືອ ແລະ ແປ້ງນົວ ຕຳໃຫ້ເຂົ້າກັນ
  2.  ກຽມໜໍ່ໄມ້ ໂດຍການຕົ້ມ ຫຼື ເຜົາໄຟ ໃຫ້ສຸກ, ຫຼັງຈາກນັ້ນໃຫ້ ຊອຍເປັນຕ່ອນນ້ອຍໆ ຫຼື ເສັ້ນ (1 ຈານ)
  3.  ລ້າງຜັກຫອມໃຫ້ສະອາດ ແລ້ວນຳມາຊອຍ
  4.  ໃສ່ໝາກງາ ແລະ ສ່ວນປະສົມທຸກຢ່າງທີ່ຕຽມໄວ້ ລົງໃນຊາມ, ຄົນໃຫ້ເຂົ້າກັນ
  5.  ຊິມ ແລະ ເພີ່ມລົດຊາດຕາມຕ້ອງການ

ຂໍ້ມູນຈາກ ສຸລິວັນ ບຸນທຳມີ

ການປະກອບສ່ວນ