ຫົວຜັກບົ່ວໃຫ່ຍ / Bulb Onion

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Allium cepa L. / Alliaceae
ຊື່ພ້ອງ
Allium cepa var. aggregatum G.Don
Allium cepa var. anglicum Alef.
Allium cepa var. argenteum Alef.
Allium cepa var. bifolium Alef.
Allium cepa var. cepa
Allium cepa var. crinides Alef.
Allium cepa var. flandricum Alef.
Allium cepa var. globosum Alef.
Allium cepa var. hispanicum Alef.
Allium cepa var. jamesii Alef.
Allium cepa var. lisboanum Alef.
Allium cepa var. luteum Alef.
Allium cepa var. multiplicans L.H.Bailey
Allium cepa var. portanum Alef.
Allium cepa var. praecox Alef.
Allium cepa var. proliferum (Moench) Regel
Allium cepa var. rosum Alef.
Allium cepa var. sanguineum Alef.
Allium cepa var. solaninum Alef.
Allium cepa var. sylvestre Regel
Allium cepa var. tripolitanum Alef.
Allium cepa var. viviparum (Metzg.) Alef.
ຊື່ອື່ນ
ລາວ: ຫົວຜັກບົ່ວໃຫ່ຍ
ໄທ: ຫອມຝຣັ່ງ, ຫອມໃຫ່ຍ, ຫອມຫົວໃຫ່ຍ
ພາສາອັງກິດ: Common Onion
ບັນຍາຍລັກສະນະພືດສາດ

ຫົວຜັກບົ່ວໃຫ່ຍເປັນພືດລົ້ມລຸກມີຫົວ, ອາຍຸຍືນຖິງ 3 ປີ, ລັກສະນະສີຂອງຫົວຜັກບົ່ວໃຫ່ຍແຕ່ຕ່າງກັນໄປຕາມສາຍພັນ. ໃບດ່ຽວ, ຈັບວຽນສະຫຼັກ, ແຜ່ນໃບຮູບຂອບຂະໜານ, ປາຍໃບແຫຼມ, ກາບໃບຊ້ອນກັນຄ້າຍຄືລຳຕົ້ນ. ດອກອອກເປັນຊໍ່, ແທງອອກມາຈາກທາງກາງລຳຕົ້ນ, ກ້ານຊໍ່ດອກຕັ້ງຊື່, ພວງດອກມົນກົມ, ດອກຍ່ອຍນ້ອຍໆຢູ່ເທິງກ້ານຈຳນວນຫຼາຍ, ກີບດອກມີສີຂາວ.  ໝາກມີລັກສະນະກົມໆໝາກແກ່ຈະແຕກອອກ ມີແກ່ນຢູ່ທາງໃນ. ແກ່ນເມື່ອໝາກແກ່ແຕກອອກໄດ້ມີແກ່ນຢູ່ທາງໃນ ມີແກ່ນເປັນ 3 ສັນ, ມີລັກສະນະຊົງຮີນ້ອຍໆຜີວລຽບມີສີດຳ.

ບັນຍາຍການນຳໃຊ້

ຫົວຜັກບົ່ວໃຫ່ຍ ມີຟົດຟໍຣັດ, ມີເບຕາໂຣທີນ, ມີວິຕາມິນເອ, ວິຕາມິນຊີ, ມີວິຕາມິນບີ1 ,ມີວິຕາມິນບີ2, ມີວິຕາມິນບີ3, ມີວິຕາມິນບິ5, ມີວິຕາມິນບິ6, ມີວິຕາມິນບິ9, ມີທາດເຫຼັກ, ມີນໍ້າຕານ, ມີແມກນີຊຽມ. ຫົວຜັກບົ່ວໃຫຍ່, ຍັງຊ່ວຍບັນເທົາອາການປວດຕາມຂໍ້, ຊ່ວຍຮັກສາພົກຊໍ້າດຳຂຽວ, ແກ້ຝີ, ຊ່ວຍປ້ອງກັນໂລກມະເຮັງ, ຊ່ວຍໃນການນອນລັບ, ຊ່ວຍບຳລຸງຮ່າງກາຍ, ຊ່ວຍຈະເລີນອາຫານ, ຊ່ວຍບຳລຸງທາດ, ຊ່ວຍຂັບສານຕະກົ່ວ, ຊ່ວຍປ້ອງກັນພະຍາດຫົວໃຈ, ຊ່ວຍປ້ອງກັນພະຍາດອຳມະພາດ, ຊ່ວຍຫຼດໄຂມັນອຸດຕັນໃນເສັ້ນເລືອດ, ຊ່ວຍຂະຫຍາຍຫຼອດເລືອດ, ຊ່ວຍລົດໄຂ້ຫວັດໃນເລືອດ, ຊ່ວຍຮັກສາເລືອດແຂງຕົວ, ຊ່ວຍຫຼຸດລະດັບຄໍເລັດຕະລໍໃນເລືອດ, ຊ່ວຍຮັກສາຄວາມດັນໃນເລືອດສູງ, ຊ່ວຍຮັກສາກະດູກຜຸຍ, ຊ່ວຍຮັກສາພູມແພ້, ຊ່ຍຮັກສາຫອບຫືດ, ຊ່ວຍປ້ອງກັນພະຍາດມະເຮັງໃນຕັບ, ແກ້ທ້ອງອືດ, ທ້ອງເຟີ້, ຊ່ວຍຂັບປັດສະວະ, ຊ່ວຍຫຼຸດອາການປວດອັບເສບ, ຊ່ວຍຂ້າເຊື່ອພະຍາດ, ຊ່ວຍຂ້າເຊື່ອແບດທີເຮຍ, ຊ່ວຍຮັກສາຜີວໜັງນໍ້າຮ້ອນລວກ.

ການປະກອບສ່ວນ