ຊຸບໝາກຖົ່ວຍາວ

Andy Souvanhphukdee
ຊຸບໝາກຖົ່ວຍາວ ຫຼື ອາຄາສະລັດ ອາຫານຈາກບ້ານເມືອງສິງ ສູດດັ້ງເດີມຕ້ອງມີຂີງ ຫຼື ໝາກງາ ເປັນສ່ວນປະສົມຫຼັກ
ເຮືອນຄົວລາວ
Kees Sprengers

ເຄື່ອງປະສົມ
•  ໝາກຖົ່ວຍາວ 250 g (ຕັດສົ້ນທັງສອງເບື້ອງອອກ)
•  ກະທຽມ 12 ກີບ(ໜຶ່ງຫົວໃຫ່ຍ)
•  ຂີງ 1 ຫົວ ຂະໜາດເທົ່າກັບຫົວໂປ້ມື ( ຖ້າບໍ່ໃສ່ໝາກງາ)
•  ໝາກງາ 2-3 ບ່ວງແກງ (ຖ້າບໍ່ໃສ່ຂີງ)
•  ເກືອ 1 ບ່ວງຊາ
•  ນໍ້າປາ 2 ບ່ວງຊາ
•  ຫອມລາບຊອບ 2 ບ່ວງແກງ
•  ຫອມເປຊອຍ 2 ບ່ວງແກງ
•  ຫອມບົ່ວຊອຍ 2 ບ່ວງແກງ
•  ຫອມປ້ອມຊອຍ 2 ບ່ວງແກງ

ວິທີປຸງແຕ່ງ
1.  ຊອຍໝາກຖົ່ວທີ່ຕັດໄວ້ ຫຼື ຜ່າເຄິ່ງຕາມເສັ້ນ ແລ້ວຕົ້ມ ຫຼື ໜຶ້ງ ປະມານ 2-3 ນາທີ. ຫຼັງຈາກນັ້ນໃຫ້ຕັກອອກໃສ່ຊາມ
2.  ຂົ້ວໝາກງາແຫ້ງ ບໍ່ໃສ່ນ້ຳມັນ ແລ້ວປະໄວ້ໃຫ້ເຢັນ
3.  ໃສ່ເກືອ ແລະ ກະທຽມລົງໃນຄົກ ພ້ອມຂີງຊອຍ (ຖ້າມີ). ຕຳເຄື່ອງປຸງທຸກຢ່າງໃຫ້ເຂົ້າກັນ ແລ້ວຕັກໃສ່ຖ້ວຍ
4.  ໃສ່ນໍ້າປາໃນຖ້ວຍ ແລ້ວຄົນໃຫ້ເຂົ້າກັນດ້ວຍມື ຕາມດ້ວຍຫອມລາບ, ຫອມເປ ແລະ ຫອມປ້ອມ
5.  ໃສ່ໝາກງາ ແລ້ວຄົນໃຫ້ເຂົ້າກັນ
6.  ຕັກໃສ່ຖ້ວຍ ຫຼື ຈານ ພ້ອມຮັບປະທານ
ຂໍ້ມູນສ່ວນໃຫ່ຍມາຈາກ ອາຫານຈາກພາກເໜືອລາວ ປຶ້ມສູດອາຫານຂອງເຮືອນພັກທ່າເຮືອ

ວີດີໂອຈາກ Amber kelly

ການປະກອບສ່ວນ