ຜັກຫອມເປ / Culantro

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Eryngium foetidum L. / Apiaceae
ຊື່ພ້ອງ
Eryngium foetidum Walter
Eryngium foetidum f. comosum Urb.
Eryngium foetidum f. nudum H.Wolff
ຊື່ອື່ນ
ລາວ: ຫອມເປ, ຫອມເທດ.
ໄທ: ຜັກຊີຝຣັ່ງ ( ທົ່ວໄປ ), ຜັກຊີດອຍ, ຜັກຈີດອຍ, ຜັກຈີຝຣັ່ງ, ຫອມປ້ອມກຸລາ, ຫອມປ້ອມກູລວາ, ຫອມປ້ອມເປີ້
ບັນຍາຍລັກສະນະພືດສາດ

ລຳຕົ້ນເປັນລຳຕົ້ນ ຫຼື ເຫງົ້າໃຕ້ດິນ ແລະ ອາດຢູ່ເໜືອດິນເລັກນ້ອຍ. ຮາກເປັນລະບົບຮາກແກ້ວ, ມີຮາກຝອຍແຕກຍ່ອຍອອກຮອບໆ. ໃບແທງອອກຈາກເຫງົ້າທີ່ເປັນລຳຕົ້ນລຽນວຽນຮອບເຫງົ້າແໜ້ນເປັນຈຸກ, ກ້ານໃບມີລັກສະນະສັ້ນ ຍາວ 0.5–1 ຊັງຕີແມັດ. ໃບຮູບໄຂ່-ຂອບຂະໜານ, ກວ້າງ 1–4 ຊັງຕີແມັດ ແລະ ຍາວ 5–35 ຊັງຕີແມັດ. ປາຍໃບແຫຼມ, ຂອບໃບແຂ້ວເລື້ອຍ, ແຂງກະດ້າງ, ໃບອ່ອນມີສີຂຽວສົດ ເມື່ອແກ່ມີສີຂຽວເຂັ້ມ. ດອກເກີດຢູ່ປາຍຍອດເຄີ່ງກາງຂອງລຳຕົ້ນ, ມີກ້ານດອກແຂງຍາວ 10–30 ຊັງຕີແມັດ, ໃບປະດັບຢູ່ກ້ານດອກ ຮູບຫອກ. ກາບດອກສີຂຽວ 5 ກາບ, ຮູບຂະໜານແກມຮູບໄຂ່ ຍາວປະມານ 0.5–0.75 ຊັງຕີແມັດ ແລະ ມີກາບດອກ 5–7 ກາບ, ສີຂາວ. ດອກມີດອກຍ່ອຍຈຳນວນຫຼາຍເປັນດອກສົມບູນເພດ, ມີເກສອນເພດຜູ້ 5 ອັນ, ກ້ານຊູເກສອນສີຂາວ, ເກສອນເພດແມ່ເປັນເສັ້ນກົມ 2 ເສັ້ນ, ບໍ່ມີຖານເກສອນ. ໝາກມີຂະໜາດ 1.5 x 0.75 ມີນລີແມັດ, ເມື່ອແກ່ ແລະ ແຫ້ງ ຈະແຕກອອກເປັນ 2 ປ່ຽງ, ແຕ່ລະປ່ຽງຈະມີແກ່ນດ້ານໃນຈຳນວນຫຼາຍ.

ບັນຍາຍການນຳໃຊ້

ໃບ ແລະ ຊໍ່ດອກ ຮັບປະທານເປັນຜັກສົດ ຫຼື ຊອຍເພື່ອປຸງຣົດຊາດອາຫານ. ທາງດ້ານຢາ ໃບ ຫຼື ລຳຕົ້ນນັ້ນ ຕຳແລ້ວທາ ແກ້ອາການອັກເສບຂອງພິດງູ, ແມງເງົາ, ຂີ້ເຂັບ ແລະ ແມງໄມ້ມີພິດ, ນ້ຳມັນລະເຫີຍທີ່ກັ່ນຈາກກີ່ງ ແລະ ໃບ ຊ່ວຍບຳລຸງຫົວໃຈ ແກ້ເປັນລົມໜ້າມືດຕາລາຍ. 

ການປະກອບສ່ວນ