ຊຸບຜັກ

Andy Souvanhphukdee
ຊຸບຜັກສາມາດປຸງແຕ່ງໄດ້ດ້ວຍຜັກນາໆຊະນິດຕາມຕ້ອງການ, ແຕ່ລະທ້ອງຖິ່ນຈະມີສູດ ແລະ ວິທີປຸງແຕ່ງ ທີ່ແຕກຕ່າງກັນ ເພີ່ມລົດຊາດດ້ວຍກິ່ນຫອມຈາກໝາກງາ ແລະ ສະມຸນໄພຈາກຂີງ ຫຼື ຂ່າ
ເຮືອນຄົວລາວ
https://foodfromnorthernlaos.com/
Kees Sprengers (The Boat Landing Cookbook)

ສ່ວນປະສົມ
  •  ຜັກກາດ (ຜັກກາດຂາວ ຫຼື ຂຽວ) ຊອຍໃຫ້ເປັນຕ່ອນນ້ອຍໆ ແລະ ເດັດໃບຍາວ 7 ຊມ ປະມານ 1 ຖ້ວຍ
  •  ກະລຳດອກສີຂາວ (ຫຼື ຜັກຊະນິດອື່ນທີ່ເປັນສີຂາວ) 1 ຖ້ວຍ
  •  ໜໍ່ໄມ້ຊອຍ 3 ໜໍ່ (ສ່ວນປະສົມ ທາງເລືອກ)
  •  ໝາກຖົ່ວຍາວ 3 ຝັກ ຕັດຍາວ 4 ຊມ
  •  ຜັກຫອມເປ ຕັດເຄິ່ງ 1 ມັດ
  •  ຜັກກາດກວາງຕຸ້ງ
  •  ຜັກຊີ 2-3 ຕົ້ນ ຊອຍຍາວ 4 ຊມ
  •  ເຫັດນາງລົມ 2 ດອກໃຫ່ຍ ຫຼື 4 ດອກກາງ
  •  ນ້ຳ 1 ຖ້ວຍ ປະສົມເກືອ 1 ບ່ວງຊາ
  •  ກະທຽມ ½ ຫົວໃຫ່ຍ
  •  ໝາກເຜັດສຸກ 3 ໜ່ວຍ
  •  ຂ່າ ຫຼື ຂີງ 2 ຫົວນ້ອຍ
  •  ໝາກງາ 2 ບ່ວງແກງ
  •  ສະອິວ, ປາແດກ ຫຼື ນ້ຳປາ 2 ບ່ວງແກງ
  •  ນ້ຳ 8 ຈອກ
ສຳລັບ 6 ຄົນ

ວິທີປຸງແຕ່ງ

https://foodfromnorthernlaos.com/2010/08/04/lao-vegetable-soop/
kees Sprengers (Food from Northern Laos)

  1.  ກຽມຜັກ ແລະ  ສ່ວນປະສົມຕ່າງໆໃສ່ລົງໃນຊາມນ້ຳ ປະສົມເກືອ 1 ບ່ວງຊາ, ນຳໃບທີ່ຫ່ຽວແຫ້ງອອກ ແລ້ວແຊ່ຜັກສ່ວນທີ່ເຫຼືອປະໄວ້
  2. ຄ້າງໝໍ້ຊຶງ ຫຼື ໝໍ້ໜຶ້ງເຂົ້າ ເພຶ່ອກຽມໜຶ້ງຜັກ
  3. ຂົ້ວໝາກງາ, ຫຼັງຈາກນັ້ນນຳໄປຕຳໃຫ້ມຸ່ນ
  4. ຫຼັງຈາກທີ່ນ້ຳໃນໝໍ້ຊຶງຝົດແລ້ວ ໃຫ້ນຳຜັກຕ່າງໆໄປໜຶ້ງ ປະມານ 10-15 ນາທີ 
  5. ຈີ່ກະທຽມ ແລະ ໝາກເຜັດໃຫ້ສຸກ. ຫຼັງຈາກນັ້ນ ໃຫ້ນຳເປືອກອອກ ແລ້ວໃສ່ລົງໃນຄົກພ້ອມ ຂີງ ຫຼື ຂ່າ, ຕຳໃຫ້ລະອຽດ ອາດຈະເພີ່ມເກືອໃສ່ ເພື່ອຄວາມສະດວກເວລາຕຳ
  6. ຫຼັງຈາກທີ່ໜຶ້ງຜັກສຸກຮຽບຮ້ອຍແລ້ວ ໃຫ້ນຳອອກຈາກໝໍ້ ຖອກໃສ່ຊາມເພື່ອໃຫ້ຜັກເຢັນ (ຄວນໃຊ້ຊາມທີ່ມີຂະໜາດກ້ວາງ), ຫຼັງຈາກນັ້ນ ໃສ່ໝາກງາ, ຂີງ ຫຼື ຂ່າທີ່ຕຳໄວ້ ຕາມດ້ວຍສະອິວ 2 ບ່ວງແກງ. ຄົນສ່ວນປະສົມຕ່າງໆໃຫ້ເຂົ້າກັນ ເພີ່ມລົດຊາດດ້ວຍເຄື່ອງປຸງຕ່າງໆຕາມຕ້ອງການ
  7. ຕັກໃສ່ຖ້ວຍ ໂຮຍໜ້າດ້ວຍຜັກຫອມປ້ອມ ຮັບປະທານກັບອາຫານລາວຈານອື່ນໆ ໂດຍສະເພາະເຂົ້າໜຽວ ຫຼື ຈະໃຊ້ເປັນອາການສຳລັບການກິນເຂົ້າປ່າ
ຂໍ້ມູນຈາກອາຫານພາກເໜືອລາວ ປຶ້ມສູດອາຫານເຮືອນພັກທ່າເຮືອ

ວີດີໂອຈາກ Home Made By Kaysone

ການປະກອບສ່ວນ