ພືດຜັກຊ່ວຍບໍາລູງຫົວໃຈ ທີ່ທ່ານຄວນຮູ້ຈັກ

ພະຍາດຫົວໃຈເປັນພະຍາດທີ່ທຸກຄົນບໍ່ປາດຖະນາເຖິງ, ແຕ່ສາມາດປ້ອງກັນໄດ້ຈາກພືດຜັກທີ່ຮັບປະທານໃນຊີວິດປະຈຳວັນທີ່ຢູ່ໃກ້ຕົວທ່ານ
Google Images
Google Images

ພະຍາດຫົວໃຈ ເຮັດໃຫ້ຄົນເສຍຊີວິດຫຼາຍສົມຄວນໃນແຕ່ລະປີ, ເພາະພະຍາດນີ້ມີຄົນເປັນຫຼາຍແຕ່ບໍ່ຮູ້ຕົວ ແລະ ບໍ່ເຄີຍໃສ່ໃຈການໃນການປີ່ນປົວຮັກສາ ຈື່ງເຮັດໃຫ້ມັນເປັນແຮງຂຶ້ນຈື່ງໄປໂຮງໜໍ ແລະ ເສຍຊີວິດໃນທີ່ສຸດ. ສາເຫດທີ່ເກີດພະຍາດຫົວໃຈຄື ຮັບປະທານອາຫານບໍ່ຖືກຕ້ອງ, ຄວາມຄຽດ, ຂາດການພັກຜ່ອນ ແລະ ຂາດການອອກກຳລັງກາຍ. ເຖິງແນວໃດກໍ່ຕາມພະຍາດຫົວໃຈສາມາດປ້ອງກັນໄດ້ ໂດຍການຮັບປະທານອາຫານໃຫ້ພຽງພໍ, ອອກກຳລັງກ່າຍສະໝໍ່າສະເໝີ ແລະ ຊອກຮູ້ສະໜູນໄພຈາກທຳມະຊາດທີ່ຢູ່ໃກ້ຕົວທ່ານທີ່ສາມາດຊ່ວຍບຳລູງຫົວໃຈໃຫ້ແຂງແຮງຂຶ້ນ ພວກເຮົານຳສະເໝີບາງຊະນິດລູ່ມນີ້: 

ຜັກທຽມ: ຫົວກະທຽມສົດ ຖືວ່າເປັນຢາສະໜູນໄພທີ່ມີສັບພະຄູນຫຼາຍຢ່າງ ໂດຍສະເພາະບໍາລູງຫົວໃຈ ເພາະໃນກະທຽມມີທາດອານລີຊີນ (Allicin) ທີ່ສາມາດຫຼຸດໄຂມັນ ແລະ ຫຼຸດລະດັບທາດໄຕຣກລິເຊີໄຣດ໌ (Triglycerides) ເຊິ່ງເປັນອັນຕະລາຍຕໍ່ຫົວໃຈ, ກະທຽມຍັງຊ່ວຍຫຼຸດການອຸດຕັນໄຂມັນໃນເສັ້ນເລືອດ, ຊ່ວຍຫຼຸດຄວາມດັນເລືຶອດ, ລວມທັ້ງເປັນທາດຕ້ານການຈັບຕົວເປັນກ້ອນຂອງເລືອດ ຈຶ່ງປ້ອງກັນພາວະຫົວໃຈຂາດເລືອດ ຫຼື ສະໝອງຂາດເລືອດໄດ້ອິກດ້ວຍ.

ຫົວຫອມ: ຜັກຫອມບົວແດງ ທັ້ງຕົ້ນ ມີຂໍ້ດີໃນການຊ່ວຍບໍາລູງຫົວໃຈ ເພາະວ່າໃນຜັກຫອມບົວແດງຈະມີທາດຟລາໂອນອຍດ໌ (Flavonoid) ທີ່ຊ່ວຍຢັບຢັ້ງເມັດເລືອດລວມຕົວກັນຈົນແຂງຕົວ ແລ້ວໄປອຸດຕັນຕາມເສັ້ນເລືອດ, ເຮັດໃຫ້ຫຼຸດຄວາມສ່ຽງທີ່ຈະເກີດພະຍາດຫົວໃຈນັ້ນເອງ. ນອກນັ້ນຍັງມີສັບພະຄູນຕ່າງໆເຊັ່ນ: ຊ່ວຍຫຼຸດອາການອັບເສບ, ແກ້ໄຂ້ຫວັດ ແລະ ຍັງມີທາດເຄີຊີທີນ (Quercetin) ທີ່ສາມາດຊ່ວຍປົກກັນພະຍາດມະເຮັງອິກດ້ວຍ.

ໝາກເຜັດ: ຣົດຊາດເຜັດຮ້ອນ ເພາະໃນໝາກເຜັດມີທາດແຄບໄຊຊິນ (Capsaicin)ທີ່ເຮັດໃຫ້ເຜັດ ເປັນທາດຊ່ວຍເຮັດໃຫ້ຫຼອດເຫຼືອດຂະຫຍາຍ, ຊ່ວຍລະລາຍເມັດເລືອດເປັນກ້ອນ, ຫຼຸດການສ້າງໄຂມັນໃນຮ່າງກາຍ ແລະ ຢັບຢັ້ງການດູດຊືມໄຂມັນເຂົ້າໃນເສັ້ນເລືອດ ເຊິ່ງສົ່ງຜົນໃຫ້ຫົວໃຈສູບສິດເລືອດໄປໃຊ້ໄດ້ສະດວກ ແລະ ບໍ່ອຸດຕັນຕາມຫຼອດເລືອດ. ເມື່ອລະບົບໜູນວຽນເລືອດສະດວກ ກໍ່ສາມາດຊ່ວຍປ້ອງກັນພະຍາດຫົວໃຈໄດ້. 

ຜັກໜອກ: ມີທາດເຫຼັກສູງ ເຊິ່ງເປັນທາດຊ່ວຍບໍາລູງຫົວໃຈ ແຖມໃນຜັກໜອກຍັງມີສັບພະຄູນທີ່ບໍາລູງເລືອດ, ປ້ອງກັນການເປັນພະຍາດເລືອດຈາງ, ຊ່ວຍໃນເຈ້ຍຫຸ້ມຫຼອດເລືອດແຂງແຮງ ແລະ ຍັງຊ່ວຍແກ້ອາການຊໍ້າໃນ ແລະ ຮ້ອນໃນດ້ວຍ, ໂດຍວິທີນຳເອົາໃບຜັກໜອກມາໃຊ້ກໍ່ງ່າຍໆ ພຽງແຕ່ລ້າງນ້ຳໃຫ້ສະອາດ, ຈາກນັ້ນນຳມາປັ້ນ ແລ້ວຕອງເອົານ້ຳ ນຳໄປຕົ້ມ ອາດຈະເຕີ່ມເກືອ ແລະ ນ້ຳຕານເລັກນ້ອຍ. ດື່ມເປັນປະຈຳຊ່ວຍໃນການບຳລູງເລືອດ ແລະ ຫົວໃຈໄດ້ດີ.

ບົວຫຼວງ: ສາມາດນຳມາໃຊ້ບຳລູງໄດ້ທັ້ງດອກ, ໝາກ ແລະ ແກ່ນ, ໂດຍດອກຂອງບົວຈະຊ່ວຍບໍາລູງຫົວໃຈ ໃຊ້ເປັນຢາບຳລູງກຳລັງ, ສ່ວນແກ່ນຈະຊ່ວຍຂະຫຍາຍຫຼອດເລືອດ ເພີ່ມການໄຫຼວຽນຂອງເລືອດໃຫ້ໄປລ້ຽງຫົວໃຈໄດ້ດີຂຶ້ນ, ຊ່ວຍຫຼຸດຄວາມດັນຂອງເລືອດ ແລະ ຍັງສາມາດກະຕູ້ນຫົວໃຈ, ຊ່ວຍໃຫ້ຫົວໃຈເຕັ້ນປົກກະຕິໄດ້ ນອກຈາກນີ້ໝາກຍັງຊ່ວຍບຳລູງໃຫ້ເສັ້ນເລືອດຫົວໃຈຕິບໄດ້ອິກດ້ວຍ. 

ສົ້ມພໍດີ: ເອົາໝາກສົ້ມພໍດີມາຕົ້ມ ແລ້ວໃສ່ນ້ໍາຕານເລັກນ້ອຍ ເພື່ອໃຫ້ມີຣົດຫວານສົ້ມ, ເອົານໍ້າມາດື່ມ ຈະຊ່ວຍໃນການຫຼຸດໄຂມັນໃນເສັ້ນເລືອດ, ຫຼຸດຄວາມດັນ, ບຳລູງເລືອດໃຫ້ໄຫຼວຽນໄດ້ດີ ແລະ ບຳລູງຮ່າງກາຍໃຫ້ແຂງແຮງ.

ໝາກນອດ: ນໍ້າໝາກນອດ ເປັນນໍ້າໝາກໄມ້ທີ່ຫຼາຍຄົນຮູ້ຈັກ, ສາມາດນໍາເອົາໝາກສຸກມາຄັ້ນເອົານໍ້າ ແລະ ຕື່ມເກືອເລັກນ້ອຍ, ກີນເປັນປະຈຳ ຊ່ວຍຫຼຸດໄຂມັນໃນເສັ້ນເລືອດ ເຮັດໃຫ້ປ້ອງກັນພະຍາດຫົວໃຈໄດ້, ເພາະນ້ຳໝາກນອດອຸດົມສົມບູນໄປດ້ວຍ ໂພແທສຊຽມເຖິງ 384 ມີລລີກຣັມ/100ກຣາມ ເຊິ່ງໂພແທສຊຽມມີຄວາມສຳຄັນຕໍ່ຈຸລັງ ແລະ ທາດແຫຼວໃນຮ່າງກາຍ ລວມເຖິງການຄວບຄຸມການເຮັດວຽກຂອງຫົວໃຈ ແລະ ຄວາມດັນຂອງເລືອດໃຫ້ປົກກະຕິໄດ້ດີ.

ໃບເຕີຍຫອມ: ເວລາຮູ້ສຶກອ່ອນເພ້ຍ ຫຼື ເມື່ອຍ, ຕ້ອງເພີ່ມຄວາມສົດຊື່ນໃຫ້ແກ່ຮ່າງກາຍ ໂດຍນໍາໃບເຕີຍມາຕົ້ມນໍ້າດື່ມ ຈະຊ່ວຍໃຫ້ຮ່າງກາຍສົດຊື່ນ ເພາະໃບເຕີຍມີທາດບຳລູງກຳລັງ ແລະ ລະບົບປະສາດ ພ້ອມກັບຊ່ວຍບຳລູງຫົວໃຈ. ຫາກຜູ້ໃດມີອາການຄວາມດັນເລືອດສູງກໍ່ສາມາດຕົ້ມນ້ຳໃບເຕຍດື່ມເຊົ້າ-ແລງ, ເພື່ອຊ່ວຍການປັບລະດັບຄວາມດັນເລືອດໃຫ້ຢູ່ໃນລະດັບປົກກະຕິ.

ຊາຂຽວ: ນໍ້າຊາມີທາດທີ່ສາມາດປ້ອງກັນການຈັບຕົວຂອງເມັດເລືອດ ແຖມຍັງມີທາດຕ້ານອະນຸມູນອິດສະຣະ ທີ່ຊ່ວຍຫຼຸດໄຂມັນຊະນິດບໍ່ດີ ແລະ ເພີ່ມໄຂມັນທີ່ດີ, ເຊິ່ງຊ່ວຍປ້ອງກັນຫຼອດເລືອດຕິບ ແລະ ປ້ອງກັນການແຂງຕົວຂອງເລືອດ, ຖ້າດື່ມນໍ້າຊາເປັນປະຈໍາ ບໍ່ຕ້ອງກັງວົນກ່ຽວກັບພະຍາດຫົວໃຈເລີຍ. 

ຂີງ: ເປັນສະໜູນໄພທີ່ມີທາດໄຟ ຊ່ວຍກະຕຸ້ນການໄຫຼວຽນຂອງເລືອດໃຫ້ດີຂຶ້ນ, ຂິງຍັງຊ່ວຍຫຼຸດໂອກາດການກໍ່ຕົວຂອງ ໄຟບຣິນ ເຊິ່ງເປັນໂປຣຕິນຊະນິດໜື່ງທີ່ເຮັດໃຫ້ເລືອດແຂງຕົວ ຫຼື ຈັບຕົວເປັນກ້ອນ ເຊິ່ງຈະໄປອຸດຕັນຫຼອດເລືອດ. 

ຜັກກູດ: ຊ່ວຍຫຼຸດລະດັບຄໍເລສເຕີຮອລໃນເສັ້ນເລືອດທີ່ຢູ່ໃນພາວະໄຂມັນໃນເລືອດສູງ ຈຶ່ງຊ່ວຍຫຼຸດຄວາມສ່ຽງຕໍ່ການເກີດພາວະຫົວໃຈຂາດເລືອດ, ປ້ອງກັນພະຍາດຫົວໃຈ ແລະ ຫຼອດເລືອດ, ພະຍາດຄວາມດັນເລືອດສູງ ແລະ ເບົາຫວານ.

ຢານາງ: ເປັນສະໝູນໄພ ແລະ ສ່ວນປະສົມໃນການປູງແຕ່ງອາຫານ, ສາມາດຖອນພິດ, ສາມາດຫຼຸດລະດັບນ້ຳຕານ, ຊ່ວຍຮັກສາຄວາມດັນເລືອດສູງ, ພະຍາດເບົາຫວານ ແລະ ຍັງຊ່ວຍປ້ອງກັນການເກີດພະຍາດຫົວໃຈ.

ຜັກແພວ: ມີກີ່ນຫອມ ແລະ ຣົດເຜັດເລັກນ້ອຍ, ຊ່ວຍຫຼຸດຄວາມສ່ຽງຕໍ່ການເປັນພະຍາດໄຂມັນໃນເສັ້ນເລືອດ, ປ້ອງກັນພະຍາດຫົວໃຈ, ຫຼຸດການເກີດພະຍາດຫົວໃຈລົ້ມແຫຼວ ແລະ ຊ່ວຍປ້ອງກັນພະຍາດຫົວໃຈຂາດເລືອດ.

ການປະກອບສ່ວນ