ເຄືອຢານາງ / Yanang

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Tiliacora triandra Diels / Menispermaceae
ຊື່ພ້ອງ
ຊື່ອື່ນ
Thai: Ya Nang
Khmer: voar yea
Vietnamese: Dây sương sâm
ບັນຍາຍລັກສະນະພືດສາດ

ເປັນໄມ້ເຄືອຂະໜາດນ້ອຍ, ມີເນື້ອໄມ້, ເກາະກ້ຽວຕາມຕົ້ນໄມ້ອື່ນ, ເຄືອອ່ອນມີຂົນນຸ້ມປົກຄຸມເມື່ອແກ່ແລ້ວຂ້ອນຂ້າງລຽບ. ໃບດ່ຽວ, ຈັບແບບສະຫຼັບ, ຮູບໄຂ່ປາຍໃບຮຽວແຫຼມ,   ກ້ວາງ 5-8 ຊມ, ຍາວ 8-16 ຊມ, ແຜ່ນໃບມີຂົນຂະໜາດນ້ອຍຈັບຢູ່ຕາມເສັ້ນໃບຫ່າງໆ. ດອກອອກເປັນຊໍ່ຕາມຊອກໃບ, ດອກແຍກເພດ, ດອກເພດຜູ້ສີເຫຼືອງ, ກາບດອກມີ 6-12 ກາບ, ຮູບຮີ ກ້ວາງ, ຍາວ 2 ມມ, ຂ້ອນຂ້າງກ້ຽງ, ກີບດອກມີ 3 ຫຼື 6 ກີບ, ຮຽວແຫຼມຄືຫຼີ້ມ, ປາຍວ້ຳເລັກນ້ອຍ, ຍາວ 1 ມມ, ກ້ຽງ, ເກສອນເພດຜູ້ມີ 3 ອັນ, ຮູບຮ່າງຄ້າຍຕະບອງ, ຍາວ 1.5-2 ມມ, ດອກເພດແມ່, ກາບດອກດ້ານໃນກົມມົນ, ຍາວ 2 ມມ, ດ້ານນອກມີຂົນອ່ອນຫ່າງໆ, ກີບດອກມີ 6 ກີບ, ຮູບຮີແກມຮູບຂອບຂະໜານ, ຍາວ 1 ມມ, ໃບໄຂ່ມີ 8-9 ອັນ, ຍາວບໍ່ເຖິງ 1 ມມ, ຕິດຢູ່ເທິງກ້ານຊູສັ້ນໆ, ຮວງຮັບລະອອງເກສອນເພດແມ່ບໍ່ມີກ້ານ. ໝາກ ກົມຮູບໄຂ່ກັບ, ກ້ວາງ 6-7 ມມ, ຍາວ 7-10 ມມ, ຜິວກ້ຽງ, ໝາກອ່ອນສີຂຽວເມື່ອສຸກຈະປ່ຽນເປັນສີສົ້ມ ແລະ ແດງສົດ.

ບັນຍາຍການນຳໃຊ້

ຢານາງເປັນສ່ວນປະກອບຂອງອາຫານປະເພດອ່ອມ ຫຼື ແກ້ງ, ເຊັ່ນ: ອ່ອມໜໍ່ໄມ້ ຫຼື ແກ້ງໜໍ່ໄມ້, ເປັນທີນິຍົມກັນຫຼາຍໃນລາວ ໂດຍສະເພາະແມ່ນແກ້ງໜໍ່ປະເພດຕ່າງໆ, ນອກຈາກໜໍ່່ໄມ້ແລ້ວຍັງເຫັນບາງເຂດຄັ້ນເອົານ້ຳມາແກ້ງໃສ່ຍອດພ້າວ, ຍອດຫວາຍ ແລະ ໜໍ່ສານ, ສະນັ້ນມີການນຳໃຊ້ຫຼາຍແຕ່ໃນປະຈຸບັນສ່ວນຫຼາຍກໍ່ເກັບມາຈາກປ່າເພື່ອມາຂາຍຕາມທ້ອງຕະຫຼາດ, ບາງເຂດກໍ່ໄດ້ມີການປູກເພື່ອເປັນສີນຄ້າ ແລະ ບໍ່ຈຳເປັນຕ້ອງໄປຫາຢູ່ໃນປ່າ. ນອກຈາກຈະເປັນສ່ວນປະກອບໃນການປຸງແຕ່ອາຫານຫຼາຍປະເພດແລ້ວເຄືອຢານາງຍັງໃຊ້ປິ່ນປົວພະຍາດ: ແກ້ໄຂ້, ສ່ວນທີ່ໃຊ້: ໃຊ້ຮາກ, ວິທີການນຳໃຊ້: ໃຊ້ຮາກຢານາງປະມານ 1 ກຳມື ຕົ້ມນ້ຳກິນກ່ອນອາຫານເຊົ້າ, ສວາຍ, ແລງ, ຮາກມີລົດຈືດຂົມ ແລະ ຍັງສາມາດຕ້ານເຊື້ອພະຍາດມະເຮັງໄດ້. ນອກຈາກນີ້ໃບສາມາດນຳມາຄັ້ນເອົານ້ຳດຶ່ມໄດ້ ຫຼື ຄັ້ນເອົານ້ຳມາປຸງແຕ່ງອາຫານໄດ້ຫຼາຍຊະນິດເຊັ່ນ: ແກງໜໍ່ໄມ້, ແກງເຫັດຂອນຂາວ ແລະ ອາຫານອື່ນໆອີກ. ການປູກຂະຫຍາຍພັນ: ເປັນພືດທີ່ເກີດຂື້ນເອງຕາມທຳມະຊາດທົນທານຕໍ່ກັບຄວາມແຫ້ງແລ້ງໄດ້ດີຂະຫຍາຍພັນດ້ວຍການກ້າແກ່ນ ແລະ ປູກດ້ວຍເຫງົ້າ.

ການປະກອບສ່ວນ