ນາຍົກລັດຖະມົນຕີີ ລົງຢ້ຽມຢາມກຸ່ມປູກຜັກສະອາດ ຢູ່ບ້ານຫອຍ ແລະ ບ້ານຖໍ້າ ເມືອງຄູນ

ນາຍົກລັດຖະມົນຕີີ ລົງຢ້ຽມຢາມກຸ່ມປູກຜັກສະອາດ ຢູ່ບ້ານຫອຍ ແລະ ບ້ານຖໍ້າ ເມືອງຄູນ
ປະເທດລາວ Pathedlao

ເມື່ອບໍ່ດົນຜ່ານມາ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມກຸ່ມປູກຜັກສະອາດ ຢູ່ບ້ານຫອຍ ແລະ ບ້ານຖໍ້າ ເມືອງຄູນ ໂດຍໄດ້ຮັບຟັງການລາຍງານຈາກທ່ານ ນາງ ສີພັນ ພົມມະວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຄູນ ໄດ້ກ່າວວ່າ: ປັດຈຸບັນ ກຸ່ມປູກຜັກດັ່ງກ່າວມີ 30 ກວ່າຄອບຄົວ, ເນື້ອທີ່ປູກໃນລະດູຝົນ ແມ່ນ 18 ເຮັກຕາ, ສ່ວນລະດູແລ້ງມີເນື້ອທີ່ປູກປະມານ 30 ກວ່າເຮັກຕາ ໂດຍມີການປູກພືດໜູນວຽນຫຼາຍຊະນິດ ເປັນຕົ້ນແມ່ນຫອມປ້ອມ, ຜັກກາດຂາວ, ຜັກກະລໍາປີ, ໝາກເຜັດ ແລະ ພືດຜັກອື່ນໆ. ເຊິ່ງຮູບແບບການປູກແມ່ນປູກຢູ່ໃນເນື້ອທີ່ດິນຂອງໃຜລາວ ທີ່ມີຄວາມເໜາະສົມຕໍ່ພືດຜັກແຕ່ລະຊະນິດ. ສຳລັບການຈຳໜ່າຍ ແມ່ນຂາຍກັບທີ່ ໂດຍມີພໍ່ຄ້າຄົນກາງມາຮັບຊື້ເພື່ອນຳໄປຂາຍຕໍ່ຢູ່ຕະຫຼາດພາຍໃນແຂວງ ແລະ ສົ່ງອອກໄປຂາຍຢູ່ຕ່າງແຂວງ. ຜ່ານການປູກພືດຜັກດັ່ງກ່າວ ເຮັດໃຫ້ບັນດາສະມາຊິກພາຍໃນກຸ່ມ ມີລາຍຮັບເພີ່ມຂຶ້ນ ແລະ ສາມາດແກ້ໄຂຊີວິດການເປັນຢູ່ຂອງຕົນເອງໃຫ້ດີຂຶ້ນ.

ຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ສືບຕໍ່ໄປຢ້ຽມຢາມ ກອງຮ້ອຍລ້ຽງສັດໃຫຍ່ພູເກັງ ເມືອງແປກ ແລະ ໄດ້ເຂົ້າຮັບຟັງການລາຍງານສະພາບລວມຂອງກອງຮ້ອຍຈາກ ທ່ານ ພັນໂທ ດາວວຽນ ອິນທະພົນ ຮອງຫົວໜ້າກອງຜະລິດກະສິກຳເລກ 3 ໄດ້ຍົກໃຫ້ເຫັນວ່າ: ກອງຮ້ອຍລ້ຽງສັດໃຫຍ່ພູເກັງໄດ້ຮັບການຊີ້ນໍາໂດຍກົງ ແລະ ຮອບດ້ານ ຈາກກົມຜະລິດກະສິກຳ, ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດ ເຊິ່ງມີໜ້າທີ່ເບິ່ງແຍງ, ບົວລະບັດ ແລະ ຂະຫຍາຍພັນສັດ ເພື່ອເປັນຄັງແຮສະບຽງອາຫານໄວ້ໃນພາວະສຸກເສີນ. ນອກນັ້ນ, ຍັງໄດ້ສຸມໃສ່ປັບປຸງພື້ນຖານໂຄງລ່າງ ເປັນຕົ້ນແມ່ນຄອກສັດ, ສ້າງທົ່ງຫຍ້າ, ລະບົບການຈັດການຟາມ, ການຈັດການສຸຂະພາບສັດ, ການປະສົມພັນທຽມ ແລະ ອື່ນໆ. ປັດຈຸບັນ ຢູ່ກອງຮ້ອຍລ້ຽງສັດໃຫຍ່ພູເກັງ ມີງົວພັນທັງໝົດ 101 ໂຕ, ງົວລາດ 117 ໂຕ ແລະ ແກະ 800 ກວ່າໂຕ.

ໃນມື້ດຽວກັນ, ຍັງໄດ້ສືບຕໍ່ໄປຢ້ຽມຢາມບໍລິສັດຍອດງື່ມພາວເວີ ມະຫາຊົນ ຕັ້ງຢູ່ທີ່ບ້ານຍອດງື່ມ ເມືອງແປກ ໂດຍມີຄະນະຜູ້ບໍລິຫານຂອງບໍລິສັດ ນຳໂດຍທ່ານ ສົມຫວັງ ຄູລູຣັດ ປະທານບໍລິສັດ ຍອດງື່ມພາວເວີ ມະຫາຊົນ ໃຫ້ການຕ້ອນຮັບ ແລະ ລາຍງານໃຫ້ຮູ້ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາ, ການນຳສະເໜີ ເພື່ອຂໍທິດຊີ້ນຳຈາກລັດຖະບານ. ໃນປັດຈຸບັນ ບໍລິສັດໄດ້ນຳເຂົ້າວັດຖຸດິບຫຼັກຈາກຕ່າງປະເທດມາປຸງແຕ່ງເປັນນໍ້າມັນກາຊວນ ແລະ ນ້ຳມັນແອັດຊັງສຳເລັດຮູບ ເພື່ອຈໍາໜ່າຍ ຢູ່ພາຍໃນແຂວງຊຽງຂວາງ ແລະ ບັນດາແຂວງໃກ້ຄຽງ.

ໃນໂອກາດດັ່ງກ່າວ ທ່ານ ນາຍົກລັັດຖະມົນຕີ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ພ້ອມທັງມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຂະແໜງການກ່ຽວຂ້ອງ ແລະ ຜູ້ປະກອບການເອົາໃຫ້ເອົາໃຈໃສ່ຕື່ມ ເປັນຕົ້ນ ໃຫ້ບັນດາຂະແໜງການກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ສືບຕໍ່ພັດທະນາ, ປັບປຸງການຜະລິດ ຢ່າງມີຈຸດສຸມ ແລະ ຮັບປະກັນປະສິດທິຜົນ; ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ຊີ້ນຳພະນັກງານວິຊາການ ລົງຊຸກຍູ້ ແລະ ຕິດຕາມ ຮ່ວມກັບກຸ່ມການຜະລິດ, ຜູ້ປະກອບການຢ່າງໃກ້ຊິດ ແລະ ຖອດຖອນບົດຮຽນການປູກ-ການລ້ຽງ ກັບບັນດາປະເທດເພື່ອນມິດ, ພ້ອມທັງຊ່ວຍຄົ້ນຄວ້າ ການສະໜອງນໍ້າເຂົ້າຮັບໃຊ້ການປູກ-ການລ້ຽງ ຂອງປະຊາຊົນ ຢູ່ກຸ່ມເປົ້າໝາຍຕ່າງໆ ໃຫ້ພຽງພໍ.

ແຫຼ່ງຂ່າວ: ປະເທດລາວ Pathedlao

ການປະກອບສ່ວນ