ຜັກສົ້ມພໍດີ / Roselle

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Hibiscus sabdariffa L. / Malvaceae
ຊື່ພ້ອງ
Abelmoschus cruentus (Bertol.) Walp.
Furcaria sabdariffa Ulbr.
Hibiscus acetosus Noronha
Hibiscus cruentus Bertol.
Hibiscus fraternus L.
Hibiscus gossypifolius Mill.
Hibiscus palmatilobus Baill.
Hibiscus sanguineus Griff.
Hibiscus subdariffa Rottb.
Sabdariffa rubra Kostel.
ຊື່ອື່ນ
Chinese: luo shen hua (洛神花)
Thai: grà jíap
Burmese: chin baung ywet
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກປີດຽວ, ສູງເຖິງ 2 ມ, ແຕກກິ່ງກ້ານສີມ່ວງແດງ. ໃບດ່ຽວ, ຈັບແບບສະຫຼັບ, ຮູບໄຂ່ ຫຼື ຮູບຝ່າມື, ກວ້າງ 7-12 ຊມ, ຍາວ 8-15 ຊມ, ຂອບໃບຢັກວ້ຳເລິກ 3-5 ແສກ, ກ້ານໃບຍາວປະມານ 4-10 ຊມ, ສີແດງ, ເສັ້ນກາງໃບອອກຈາກກົກໃບ 4-8 ເສັ້ນ. ດອກດ່ຽວ, ກ້ານດອກສັ້ນໆ, ດິ້ວປະດັບມີ 8-12 ເສັ້ນ, ສີແດງ, ຮູບຫອກ, ເຊື່ອມຕິດກັນທີ່ຖານ. ກາບດອກສີມ່ວງແດງ, ຮູບຖ້ວຍ, ເຊື່ອມຕິດກັນທີ່ຖານ, ອວບນ້ຳ, ປາຍແຍກເປັນ 5 ແສກ, ວົງກີບດອກສີເຫຼືອງ, ດ້ານໃນມີວົງສີແດງຊ້ຳ, ເກສອນເພດຜູ້ຈຳນວນຫຼາຍ, ປາຍເກສອນເພດແມ່ແຍກເປັນ 5 ແສກ. ໝາກແຫ້ງແລ້ວແຕກ, ຮູບຮ່າງຂ້ອນຂ້າງກົມ, ກ້ວາງ 1.5 ຊມ, ມີກາບດອກສີແດງອວບນ້ຳຫຸ້ມໄວ້. 

ບັນຍາຍການນຳໃຊ້

ຍອດອ່ອນຂອງສົ້ມພໍດີມັກເອົາມາໃສ່ກັບແກ້ງປານ້ຳຂອງເຊັ່ນ: ແກ້ງປາກົດ, ແກ້ງປາອື່ນໆ, ນອກນັ້ນຍັງໃຊ້ກັບແກ້ງສົ້ມທົ່ວໄປ, ຍອດອ່ອນຂອງມັນຈະມີລົດສົ້ມ, ເມື່່ອນໍ້າມາຕົ້ມໃສ່ກັບແກ້ງຈະອອກລົດສົ້ມ, ມັກເຫັນຂາຍຕາມທ້ອງຕະຫຼາດທົ່ວໄປເພາະວ່າມັນເປັນພືດປູກແລ້ວໃນປະຈຸບັນ, ເພີ່ນປູກເປັນເສດຖະກີດໄດ້ແລ້ວ. ນອກຈາກຍອດທີ່ກີນໄດ້ແລ້ວ, ໝາກ ແລະ ແກ່ນຍັງມີການນຳໃຊ້ເປັນຢາເພື່ອປົ່ວພະຍາດ ແລະ ບຳບັດຮ່າງກາຍທີ່ມີສານຜິດໄດ້.

ສ່ວນທີ່ໃຊ້ເປັນຢາ: ໝາກ ແລະ ແກ່ນ, ປິ່ນປົວພະຍາດ: ດີເຈັບຕັບ ແລະ ໜິ້ວ ມີວິທີການນຳໃຊ້: ດີເຈັບຕັບແມ່ນໃຊ້
ໝາກຕົ້ມນ້ຳກິນ, ສຳລັບໜິ້ວແມ່ນໃຊ້ແກ່ນຕົ້ມນ້ຳກິນທຸກມື້ຈົນກ່ວາກ້ອນໜິ້ວຈະອອກ. ໃບກັບຍອດອ່ອນ ແລະ ກາບດອກທີ່ມີສີແດງມີລົດສົ້ມຍັງສາມາດນຳມາປຸງອາຫານໄດ້.

ການປູກຂະຫຍາຍພັນ: ສົ້ມພໍດີເປັນພືດທີ່ມັກດິນທີ່ອຸດົມສົມບູນລະບາຍນ້ຳໄດ້ດີ, ເປັນພືດທີ່ມີອາຍຸສັ້ນຂະຫຍາຍພັນດ້ວຍແກ່ນ, ແກ່ນສາມາດກ້າ ແລະ ເລີ່ມປູກໃນຊ່ວງຕົ້ນລະດູຝົນ ແລ້ວຈະອອກດອກ, ໝາກປະມານທ້າຍປີ. ໝາກຈະແຕກອອກເຫັນເມັດສີດຳທີ່ສາມາດເກັບເປັນແນວພັນໄດ້.

ການປະກອບສ່ວນ