ນ້ຳຢານາງ

Andy Souvanhphukdee
ນ້ຳຢານາງ ສຸດຍອດນ້ຳດື່ມສະມຸນໄພ ດ້ວຍສັບພະຄຸນຈາກໃບຍານາງ ທີ່ຊ່ວຍລົດໄຂ້ ແກ້ປວດເມື່ອຍ ແລະ ຄວບຄຸມຄວາມດັນເລືອດ
ເຮືອນຄົວລາວ
https://www.virginmediatelevision.ie/xpose/article/lifestyle/291244/What-is-chlorophyll-water-and-should-you-be-drinking-it
virginmediatelevision

ສ່ວນປະສົມ

  • ໃບຢານາງ 1 ກຳມື
  • ນ້ຳຕົ້ມ 1 ລິດ

ວິທີປຸງແຕ່ງ

  • ເລືອກໃຊ້ສະເພາະໃບ, ລ້າງໃບຢານາງໃຫ້ສະອາດ
  • ນຳໃບຢານາງໃສ່ເຄື່ອງປັ່ນ ພ້ອມນ້ຳຕົ້ມ
  • ປັ່ນຈົນກວ່າໃບຢານາງຈະມຸ່ນລະອຽດ
  • ຕອງນ້ຳຢານາງທີ່ປັ່ນລະອຽດ ດ້ວຍຜາຂາວບາງ ແລະ ສະອາດ

ຄຳແນະນຳ

  • ສາມາດໃຊ້ມື ເພື່ອຄັ້ນ ຫຼື ຄົກເພື່ອຕຳ ໃບຢານາງ ແທນເຄື່ອງປັ່ນ
  • ສຳລັບຄົນທີ່ບໍ່ເຄີຍຮັບປະທານມາກ່ອນ ໃຫ້ປະສົມນ້ຳກ່ອນຮັບປະທານ ເພື່ອລົດປະລິມານຄວາມເຂັ້ມຂຸ້ນ
  • ແບ່ງສ່ວນປະສົມເປັນສອງສ່ວນ ສຳລັບການປັ່ນ (ປັ່ນສອງເທື່ອ)
ການປະກອບສ່ວນ