ຜັກແພວ / Vietnamese Coriander

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Polygonum odoratum Lour. / Polygonaceae
ຊື່ພ້ອງ
Persicaria odorata (Lour.) Soják.
ຊື່ອື່ນ
ລາວ: ຜັກແພວ
ໄທ: ຜັກແພວ, ພິກມ້າ, ພິກມ່າ
ບັນຍາຍລັກສະນະພືດສາດ

ຜັກແພວຈັດເປັນພືດລົ້ມລຸກມີລຳຕົ້ນສູງປະມານ 30–35 ຊັງຕີແມັດ, ລຳຕົ້ນຕັ້ງຊື່ມີຂໍ້, ຕາມຂໍ້ມັກມີຮາກງອກອອກມາ, ລຳຕົ້ນເລືອໄປຕາມພື້ນດິນ ແລະ ມີຮາກງອກອອກມາ. ໃບ: ເປັນໃບດ່ຽວອອກສະຫຼັບ, ລັກສະນະຂອງໃບເປັນຮູບຫອກ ຫຼື ຮູບຫອກແກມຮູບໄຂ່, ໃບມີຂະໜາດກວ້າງປະມານ 2,5–3 ຊັງຕີແມັດ ແລະ ຍາວປະມານ 5,5–8 ຊັງຕີແມັດ. ປາຍໃບຮຽວແຫຼມຄ້າຍຄືກັບໃບໄຜ່ແຕ່ບາງກວ່າ, ຂອບໃບລຽບ, ກ້ານໃບສັ້ນມີຫູ. ໃບລັກສະນະຄ້າຍປອກຫຸ້ມຮອບລຳຕົ້ນຢູ່ບໍລິເວນເທີງຂໍ້ຂອງລຳຕົ້ນຕົ້ນ. ດອກຜັກແພວອອກເປັນຊໍ່, ຊໍ່ດອກມີດອກຍ່ອຍຂະໜາດນ້ອຍສີຂາວນວນ ຫຼື ສີຊົມພູມ່ວງ. ໝາກຜັກແພວມີຂະໜາດນ້ອຍ. ແກ່ໄວ ແລະ ຫຼົ່ນງ່າຍ.

ບັນຍາຍການນຳໃຊ້

ຜັກແພວອຸດົມສົມບູນໄປດ້ວຍສານຕ້ານອະນຸມູນອິດສະຫຼະຫຼາຍຊະນິດທີ່ຊ່ວຍເສີມສ້າງພູມຕ້ານທານພະຍາດໃຫ້ກັບຮ່າງກາຍ, ໃບໃຊ້ຮັບປະທານຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍໃນການຂັບຖ່າຍ, ປ້ອງກັນ ແລະ ແກ້ອາການຖອກທ້ອງ ແລະ ຊ່ວຍປ້ອງກັນມະເຮັງລຳໄສ້ໃຫຍ່ເພາະເປັນຜັກທີ່ມີໄຟເບີສູງເຖີງ 9.7 ກຼາມ. ຊື່ງຈັດຢູ່ໃນຜັກທີ່ມີເສັ້ນໄຍອາຫານສູງທີ່ສຸດ 10 ອັນດັບຂອງຜັກພື້ນບ້ານ. ຜັກແພວມີຣົດເຜັດຮ້ອນຈິ່ງຊ່ວຍແກ້ລົມ, ຂັບລົມໃນກະເພາະອາຫານ, ແກ້ທ້ອງອືດ, ຊ່ວຍເຮັດໃຫ້ເອື້ອມລະບາຍລົມອອກ. ນອກນັ້ນໃບຜັກແພວຍັງຊ່ວຍແກ້ຕຸ່ມຄັນຈາກເຊື້ອຣາດ້ວຍການໃຊ້ໃບ ຫຼື ໝົດຕົ້ນນຳມາຄັ້ນ ຫຼື ຕຳປະສົມກັບເຫຼົ້າຂາວແລ້ວໃຊ້ເປັນຢາທາ.

ການປະກອບສ່ວນ