ວັນສັດປ່າແຫ່ງຊາດ ແລະ ສາກົນ ປະຈຳປີ 2024

ຮ່ວມສະເຫຼີມສະຫຼອງວັນສັດປ່າແຫ່ງຊາດ ແລະ ສາກົນ ປະຈຳປີ 2024 ພາຍໃຕ້ຄຳຂວັນ ເຊື່ອມໂຍງຄົນ ແລະ ທຳມະຊາດ, ນຳໃຊ້ນະວັດຕະກຳທາງດິຈິຕອນເພື່ອວຽກງານອະນຸລັກສັດປ່າ
ວັນສັດປ່າແຫ່ງຊາດ ແລະ ສາກົນ ປະຈຳປີ 2024
www.phakhaolao.la

 

ຮ່ວມສະເຫຼີມສະຫຼອງວັນສັດປ່າແຫ່ງຊາດ ແລະ ສາກົນ ປະຈຳປີ 2024 ພາຍໃຕ້ຄຳຂວັນ ເຊື່ອມໂຍງຄົນ ແລະ ທຳມະຊາດ, ນຳໃຊ້ນະວັດຕະກຳທາງດິຈິຕອນເພື່ອວຽກງານອະນຸລັກສັດປ່າ ເພື່ອນຳໃຊ້ຄວາມກ້າວໜ້າທາງນະວັດຕະກຳດິຈິຕອນເຂົ້າໃນວຽກງານການເຜີຍແພ່ປູກຈິດສຳນຶກກ່ຽວກັບການອະນຸລັກສັດປ່າ, ສົ່ງເສີມຄວາມຍືນຍົງ ແລະ ການບັງຄັບໃຊ້ກົດໝາຍເເພື່ອປົກປັກຮັກສາສັດປ່າໃນອະນາຄົດຮຸ້ນຕໍ່ໆໄປ

ເນື່ອງຈາກປະຊາຊົນລາວໄດ້ມີການເພິ່ງພາອາໄສຊັບພະຍາກອນທຳມະຊາດ ແລະ ຊີວະນາໆພັນໃນການດຳລົງຊີວິດຢ່າງແໜ້ນແຟ້ນ ບໍ່ວ່າຈະເປັນອາຫານ, ຢາ, ແລະ ເຄື່ອງນຸ່ງຫົ່ມ ດັ່ງນັ້ນ, ພາເຂົ້າລາວ ຖານຂໍ້ມູນຄວາມຮູ້ດິຈິຕອນຈຶ່ງມຸ່ງເນັ້ນເພື່ອທີ່ຈະເຜີຍແພ່ຄວາມຮູ້ທາງດານຊີວະນາໆພັນ ແລະ ສັດປ່າ ໃຫ້ທົ່ວສັງຄົມລາວໄດ້ມີຄວາມເຂົ້າໃຈຢ່າງລຶກຊຶ່ງກ່ຽວກັບຄວາມສຳຄັນຂອງສັດປ່າ ແລະ ຊີວະນາໆພັນ

ໃນອະນາຄົດອັນໃກ້ ເຊິ່ງຖືໂອກາດຈາກການປະກອບສ່ວນຂອງມວນຊົນ ແລະ ນັກວິທະຍາສາດ ພາເຂົ້າລາວຈະຮວບຮວມເອົາຫຼາຍກວ່າ 14,000 ບັນດາຂໍ້ມູນການສຳຫຼວດຈາກແພສຟອມ iNaturalist (www.inaturalist.org) ລົງໃນຖານຂໍ້ມູນ. ນອກຈາກນີ້ ພວກເຮົາກຳລັງຈະເຂົ້າຮ່ວມເປັນຄູ່ຮ່ວມງານກັບ WorldFish (www.worldfishcenter.org) ເພື່ອເຊື່ອມໂຍງຂໍ້ມູນກັນໂດຍນໍາໃຊ້ programming interface (API).

ຈາກທ່າແຮງໃນການນຳໃຊ້ເຄື່ອງມືດ້ານດິຈິຕອນ ພາເຂົ້າລາວມຸ້ງເນັ້ນສຳລັບການສ້າງການມີສ່ວນຮ່ວມໃຫ້ຫຼາຍຂື້ນ ລວມເຖິງຊຸມຊົນທ້ອງຖິ່ນສຳລັບວິທີການ ການອະນຸຮັກຢ່າງຍືນຍົງ ແລະ ເຄື່ອງມືທາງດ້ານດິຈະຕອນນີ້ ບໍ່ພຽງແຕ່ຊ່ວຍໃນການເຜີຍແພ່ຄວາມຮູ້ ແຕ່ຍັງຄົງຊ່ວຍສົ່ງເສີມການຮ່ວມມືຕໍ່ການອະນຸຮັກຊີວະນາໆພັນ ແລະ ປົກປັກຮັກສາສັດປ່າ.

 

 

ການປະກອບສ່ວນ