ຜັກກູດ / Fiddlehead fern

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Diplazium esculentum (Retz.) Sw. / Athyriaceae
ຊື່ພ້ອງ
Anisogonium esculentum (Retz.) C. Presl
Anisogonium serampurens C. Presl
Asplenium ambiguum Sw.
Asplenium esculentum (Retz.) C. Presl
Asplenium malabaricum Mett.
Asplenium moritzii Mett.
Asplenium pubescens Mett.
Asplenium vitiense Baker
Athyrium ambigua (Sw.) Milde
Athyrium esculentum (Retz.) Copel.
Callipteris ambigua (Sw.) T. Moore
Callipteris esculenta (Retz.) J. Sm. ex T. Moore & Houlston
Callipteris esculenta var. pubescens (Link) Ching
Callipteris malabarica J. Sm.
Callipteris serampurens Fée
Digrammaria ambigua (Sw.) C. Presl
Digrammaria esculenta J. Sm.
Diplazium malabaricum Spreng.
Diplazium pubescens Link
Diplazium serampurens Spreng.
Diplazium vitiense Carruth.
Gymnogramma edulis Ces.
Hemionitis esculenta Retz.
Microstegia ambigua (Sw.) C. Presl
Microstegia esculenta (Retz.) C. Presl
Microstegia pubescens C.Presl
ຊື່ອື່ນ
ລາວ: ຜັກກູດ
ໄທ: ຜັກກູດຂາວ, ກູດຂິວ, ກູດນໍ້າ, ໄກວີລູ, ປູປລີໂດ, ກູດກິນ, ຜັກກູດ, ຫັດສະດາມ.
ຈີນ: ກິວກິວໃຈເຈັບ.
ອັງກິດ:. Fiddlehead fern, paco, edible fern, vegetable fern.
ບັນຍາຍລັກສະນະພືດສາດ

ຜັກກູດ ຊະນິດນີ້ມີຄວາມສູງ ປະມານ 2.5 ມ; ມີຮາກ ແລະ ເຫງົ້າສູງ ແຕ່ 1-1.5 ມ ແລະ ມີໜ້າຕັດ 2 ຊມ. ມັນມັກເກີດເປັນກຸ່ມ ແລະ ມີເກັດສີນໍ້າຕານດຳ ຂະໜາດ 10 x 1.2 ມມ. ກ້ານໃບຍາວປະມານ 70 ຊມ; ໃບປະສົມຂອງມັນ ມີຄວາມຍາວຮອດ 1.7 ມ ປະກອບດ້ວຍ 12-16 ໃບຍ່ອຍ ທີ່ມີປາຍໃບສ້ວຍ ແຕ່ລະໃບມີຂະໜາດຄວາມຍາວ 40 ຊມ ແລະ ກວ້າງ 25 ຊມ. ຢູ່ຕາມຄວາມຍາວທັງໝົດຂອງເສັ້ນໃບ ຈະມີສະປໍຕິດຢູ່.

ບັນຍາຍການນຳໃຊ້

ຜັກກູດກໍ່ເປັນຜັກຊະນິດໝື່ງທີ່ມີປະໂຫຍດບໍ່ນ້ອຍໄປກວ່າຜັກປ່າຊະນິດອື່ນໃດໆ, ຜັກກູດມີປະໂຫຍດທັງທາງກົງ ແລະ ທາງອ້ອມ. ປະໂຫຍດທາງອ້ອມມີຄື: ຜັກກູດເກີດແຄມນໍ້າຕ່າງໆ ຈື່ງເປັນສ່ວນໝື່ງ ໃນການລຸດຜ່ອນ ການເຈາະຟັງຂອງຕາຝັ່ງ ໄດ້ໃນສ່ວນໃດສ່ວນໝື່ງ ສໍາລັບປະໂຫຍດທາງກົງກໍ່ຄື: ຜັກກູດໃນປ່າ ມັນໄດ້ແພ່ພັນໄດ້ເອງຕາມທໍາມະຊາດ ຊາວຊົນນະບົດອອກໄປປ່າ ຫາຢູ່ຫາກິນຕາມທໍາມະຊາດ ກໍ່ມັກຈະເກັບມາບໍລິໂພກ ຫຼື ເມື່ອໄປເຮັດໄຮ່ເຮັດນາເຂົາກໍ່ມັກຈະເກັບຍອດອ່ອນ ເອົາໄປກິນກັບແຈ່ວ, ກັບລາບ, ແກງກັບຊີ້ນປະເພດຕ່າງໆ ຫຼື ລວກແລ້ວເອົາມາຊູບປົນກັບຜັກຊະນິດອື່ນໆກໍ່ການເປັນອາຫານທີ່ແຊບພໍສົມຄວນ ມີບາງຕໍາລາຫັຍງກ່າວໄວ້ວ່າ ຮາກຜັກກູດ ນໍາມາປະສົມກັຍສະໝຸນໄພຊະນິດອື່ນ ກາຍເປັນຢາເຢັນ ແລະ ເປັນຢາບໍາລຸງຜິວໝັງ.

ການປະກອບສ່ວນ