ວັນດິນບໍລິເວນນໍ້າໂລກ ປີ2024

ວັນດິນບໍລິເວນນໍ້າໂລກປີນີ້ ຈັດຂຶ້ນໃນວັນທີ 2 ເດືອນກຸມພາ ໂດຍເນັ້ນໃສ່ ''ດິນບໍລິເວນນໍ້າ ແລະ ຊີວິດການເປັນຢູ່ທີ່ດີ''
ວັນດິນບໍລິເວນນໍ້າໂລກ
www.phakhaolao.la

ສົນທິສັນຍາ Ramsar ກໍານົດເຂດດິນບໍລິເວນນໍ້າ ລວມມີ ບຶງ, ດິນເບື່ອມ, ດິນທາມ (ຖານຕົມ) ຫຼື ນໍ້າ, ບໍ່ວ່າຈະເປັນທໍາມະຊາດ ຫຼື ມະນຸດສ້າງຂຶ້ນ, ເປັນພື້ນທີ່ຖາວອນ ຫຼື ຊົ່ວຄາວ, ມີນໍ້ານິ້ງ ຫຼື ນໍ້າ ໄຫຼ, ນໍ້າຈືດ, ສີດຳ ຫຼື ເຄັມ, ລວມທັງພື້ນທີ່ນໍ້າທະເລ, ຊຶ່ງມີຄວາມເລິກຂອງນໍ້າບໍ່ເກີນຫົກແມັດ  (Daconto, 2001.). 

ດິນບໍລິເວນນໍ້າ ເປັນລະບົບນິເວດທີ່ມີຄວາມສໍາຄັນຫຼາຍ ຊຶ່ງມັນໃຫ້ຜົນປະໂຫຍດຫຼາຍຢ່າງ ແກ່ມະນຸດ ແລະ ສິ່ງແວດລ້ອມ. ດິນບໍລິເວນນໍ້າເຮັດຫນ້າທີ່ ໃນການກັ່ນຕອງ, ກໍາຈັດມົນລະພິດ ແລະ ສິ່ງປົນເປື້ອນອອກຈາກນໍ້າ. ດິນບໍລິເວນນໍ້າ ຍັງດູດຊຶມ ແລະ ເກັບຮັກສານ້ຳໃນຊ່ວງເວລາທີ່ຝົນຕົກໜັກ, ຊ່ວຍປ້ອງກັນໄພນໍ້າຖ້ວມ ແລະ ປົກປ້ອງຊຸມຊົນຈາກຄວາມເສຍຫາຍ ແລະ ຍັງເປັນບ່ອນຢູ່ອາໄສທີ່ຈຳເປັນຂອງພືດ ແລະ ສັດຫຼາກຫຼາຍຊະນິດ, ລວມທັງຊະນິດພັນທີ່ຖືກຄຸກຄາມ ແລະ ໃກ້ຈະສູນພັນ.

ພາເຂົ້າລາວ ມີຈຸດປະສົງທີ່ຈະສົ່ງເສີມການປູກຈິດສຳນຶກກ່ຽວກັບຄວາມຕ້ອງການກການນຳໃຊ້ຊັບພະຍາກອນທາງທຳມະຊາດຢ່າງຍືນຍົງ

ຖານຂໍ້ມູນພາເຂົ້າລາວ ໄດ້ຮວບຮວມຂໍ້ມູນໄວ້ 138 ຊະນິດພັນສັດ ແລະ 197 ຊະນິດພັນພືດ ທີ່ພົບເຫັນຢູ່ໃນເຂດດິນບໍລິເວນນໍ້າຂອງ ສປປ ລາວ. ເຊິ່ງຊະນິດພັນເຫຼົ່ານີ້ເປັນປັດໄຈສຳຄັນທີ່ສົ່ງຜົນຕໍ່ລະບົບນິວດ ແລະ ຊີວະນາໆພັນໃນພື້ນທີ່ດິນບໍລິເວນນໍ້າ ສປປ ລາວ

ດິນບໍລິເວນນໍ້າຄືປັດໄຈສຳຄັນທີ່ເອື້ອເຟື້ອຕໍ່ການດຳລົງຊີວິດຂອງປະຊາົຊນລາວ ຕະຫຼອດເຖິງ ເສດຖະກິດ, ນຳໃຊ້ເປັນອາຫານ ແລະ ສ້າງລາຍຮັບຂອງຄົວເຮືອນ ເຊັ່ນ ການຜະລິດກະສິກຳ, ໂດຍສະເພາະນາເຂົ້າ. ດິນບໍລິເວນນໍ້າເປັນແຫຼ່ງທີ່ຢູ່ອາໄສຂອງພືດ ແລະ ສັດຫຼາກຫຼາຍຊະນິດ ເຊິ່ງສະໜັບສະໜຸນລະບົບນິເວດໃນທ້ອງຖິ່ນ ແລະ ປະກອບສ່ວນເຂົ້າໃນເສດຖະກິດສັງຄົມ ແລະ ວັດທະນະທຳ

ຜົນຂອງການສຶກສາຄົ້ນຄວ້າ ພື້ນທີ່ດິນບໍລິເວນນໍ້າ ເຈັດ ແຫ່ງ ຢູ່ໃນຂອບເຂດນະຄອນຫຼວງວຽງຈັນ, ທີມງານ ພາເຂົ້າລາວ ພົບວ່າ ຊຸມຊົນທ້ອງຖິ່ນ ສ່ວນໃຫຍ່ ນຳໃຊ້ປາ ແລະ ຊະນິດພັນພືດ ເປັນອາຫານ ແລະ ເປັນຢາ. ນອກນັ້ນ, ຊຸມຊົນທ້ອງຖິ່ນ ຍັງໃຊ້ຊະນິດພັນ ຈາກດິນບໍລິເວນນໍ້າເປັນວັດສະດຸກໍ່ສ້າງ, ແຫຼ່ງນໍ້າມັນ ແລະ ການຕົບແຕ່ງ. ໜອງໂງ່ມ ຕັ້ງຢູ່ເຂດຕີນພູເຂົາຄວາຍ ພົບວ່າເປັນເຂດດິນບໍລິເວນນໍ້າທີ່ມີຈໍານວນຊະນິດພັນຫຼາຍທີ່ສຸດ ຂອງພື້ນທີ່ທີ່ດຳເນີນການສຶກສາ.

ເຖິງແນວໃດກໍ່ຕາມ, ພື້ນທີ່ດິນບໍລິເວນນໍ້າຂອງ ສປປ ລາວ ກຳລັງຖືກຄຸກຄາມ. ການລົງທຶນທາງດ້ານທີ່ດິນ, ການຂະຫຍາຍຕົວເມືອງ ແລະ ການຈັດຕັ້ງປະຕິບັດລະບຽບການອະນຸລັກຂອງຊຸມຊົນທ້ອງຖິ່ນທີ່ຍັງອ່ອນແອ ເປັນສິ່ງທ້າທາຍຕົ້ນຕໍທີ່ພົບເຫັນຢູ່ໃນພື້ນທີ່ສຶກສາ. ປັດໄຈເຫຼົ່ານີ້ສາມາດນໍາໄປສູ່ການເຊື່ອມໂຊມ ແລະ ການສູນເສຍ ຊະນິດພັນທີ່ອາໄສຢູ່ດິນບໍລິເວນນໍ້າ, ໄພຂົ່ມຂູ່ຕໍ່ຊີວະນາໆພັນ ແລະ ຫນ້າທີ່ຂອງລະບົບນິເວດ ຂອງທີ່ດິນບໍລິເວັນນໍ້າ ເຫຼົ່ານີ້.


ດັ່ງນັ້ນ ຈຶ່ງເປັນສິ່ງຈຳເປັນທີ່ຈະແກ້ໄຂສິ່ງທ້າທາຍເຫຼົ່ານີ້ ແລະ ສົ່ງເສີມຄວາມຍືນຍົງເພື່ອຮັບປະກັນການການອະນຸລັກ ແລະ ການນຳໃຊ້ດິນບໍລິເວນນໍ້າໄລຍະຍາວ ໃນ ສປປ ລາວ.

 

ແຫຼ່ງຂໍ້ມູນ

Nafri.org.la 

Final report Putting peatland resources onto the mental map in Laos

 

 

ການປະກອບສ່ວນ